ຂ່າວສານ

ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັດເລືອກຜູ້ແທນຊາວໜຸ່ມດີເດັ່ນໄປຢ້ຽມຢຽມ ເຈື່ອງຊາ

      ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈະຈັດງານແຂ່ງຂັນ ເພື່ອຄັດເລືອກບັນດາຜູ້ແທນດີເດັ່ນເຂົ້າຮ່ວມລາຍການ “ການເດີນທາງຂອງໄວໜຸ່ມ ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ 2018.

(ພາບປະກອບ) 
      ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈະຈັດງານແຂ່ງຂັນ ເພື່ອຄັດເລືອກບັນດາຜູ້ແທນດີເດັ່ນເຂົ້າຮ່ວມລາຍການ “ການເດີນທາງຂອງໄວໜຸ່ມ ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ 2018. ໂດຍແຕກຕ່າງຈາກກັບຊຸມປີກ່ອນໆ, ປີນີ້, ຈຳນວນຜູ້ແທນທີ່ໄດ້ຮັບການຄັດເລືອກ ຈະຂຶ້ນກັບຄຸນນະພາບເອກະສານຂອງຜູ້ສະໝັກເອງ, ຄະນະຈັດຕັ້ງບໍ່ຈຳກັດຈຳນວນພົນຜູ້ແທນເຂົ້າຮ່ວມລາຍການດັ່ງກ່າວ. ໃນການເດີນທາງຄັ້ງນີ້ ບັນດາສະມາ ຊິກຊາວໜຸ່ມຈະໄປຢ້ຽມຢາມ, ມອບຂອງຂວັນ ແລະເຂົ້າຮ່ວມບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ສິລະປະກັບບັນດາພະນັກງານ, ນັກຮົບ, ປະຊາຊົນຢູ່ໝູ່ເກາະ ເຈືອງຊາ ແລະ ສະຖານທີ່ບໍລິການເສດຖະກິດ - ວິທະຍາສາດ - ເຕັກນິກ.
        ເອກະສານຜູ້ສະໝັກສົ່ງເຖິງ ຄະນະໂຄສະນາສຶກສາສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ( ຢູ່ເຮືອນເລກທີ: 62 ຖະໜົນ ບ່າຈ້ຽວ, ນະຄອນຫຼວງຮ່າໂນ້ຍ) ກ່ອນເວລາ 17 ໂມງ ຂອງວັນທີ 30 ມີນາ 2018
 (ແຫຼ່ງຄັດຈາກ VOV)

top