ຂ່າວສານ

ສູນກາງຄະນະຊາວໜຸ່ມ ລາວ ຈັດຕັ້ງເວທີປາໄສ ກ່ຽວກັບແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມຂອງ ລາວ

      ວັນທີີ 09 ກໍລະກົດ, ຢູ່່ນະຄອນຫຼວງ ວຽງຈັນ, ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ຈັດຕັ້ງເວທີປາໄສແລກປ່ຽນກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມ.

ເວທີປາໄສ ກ່ຽວກັບແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມຂອງ ລາວ (ພາບ: TTXVN)
      ເວທີປາໄສຄັ້ງນີ້ ແມ່ນເພື່ອໃຫ້ຊາວໜຸ່ມ, ຄົນລຸ້ນໜຸ່ມຂອງລາວ ມີໂອກາດໄດ້ຊອກຮູ້ກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມ. ທີ່ເວທີປາໄສ, ຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມລາວ ໄດ້ຕັ້ງຄໍາຖາມເປັນຈໍານວນຫຼາຍ ເພື່ອຢາກຊອກຮູ້ກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ; ຫຼື ໄລຍະ ໂຮ່ຈີມິນ  ຍັງມີຊີວິດຢູ່ກໍຄືບັນດາການປະກອບສ່ວນ, ການອຸທິດສ່ວນຂອງ ເພິ່ນຕໍ່ພາລະກິດແຫ່ງການປະຕິວັດ, ປົດປ່ອຍປະເທດຊາດຢູ່ຫວຽດນາມເວົ້າສະເພາະ ແລະ ຢູ່ ອິນດູຈີນເວົ້າລວມ. ທ່ານ ຫງວຽນບ໋າຫຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ທັງໄດ້ຕອບບັນດາຄໍາຖາມ ແລະ ແລກປ່ຽນກັບຊາວໜຸ່ມລາວ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບ ຊີວິດ, ພາລະກິດ ແລະ ພິເສດແມ່ນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ປະທານໂຮ່ຈີມິນ ຕໍ່ຜົນສໍາເລັດຂອງການປະຕິວັດຫວຽດນາມ ແລະ ການປະຕິວັດລາວ.
 (ແຫຼ່ງຄັດຈາກ VOV)


top