ຂ່າວສານ

ສຸມ​ໃສ່​ສ້າງ ແລະ ປັບ​ປຸງ​ເອ​ກະ​ສານໃຫ້​ສົມ​ບູນ​ແບບ ເພື່ອ​ຍື່ນ​ສະ​ເໜີ​​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ) ຕໍ່​ສະ​ພາ​ແຫ່ງ​ຊາດ

ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມເທື່ອທີ 9, ຕອນເຊົ້າວັນທີ 24 ມີນາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການເຄື່ອນໄຫວຊັກຖາມໃນວາລະປະຊຸມເທື່ອທີ 9, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເວຫ້ ສະເໜີໃຫ້ບັນດາກຳມາທິການຂອງສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາຍູ້ໄວການຫັນການສົ່ງອອກຈາກໂກຕາທີ່ບໍ່ເປັນທາງການມາເປັນໂກຕາທາງການ.

ວາລະປະຊຸມເທື່ອທີ 9 ຄະນະປະຈຳສະພາແຫ່ງຊາດ (ພາບ: VOV)

ສຳລັບຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຈົ່ງປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດໃນຂົງເຂດນີ້ໃຫ້ເປັນຢ່າງດີ; ສຸມໃສ່ການສ້າງ ແລະ ປັບປຸງເອກະສານໃຫ້ສົມບູນແບບເພື່ອຍື່ນສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຕໍ່ສະພາແຫ່ງຊາດ; ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງ ເພື່ອຮັບປະກັນມີບ່ອນອີງທາງການເມືອງ, ແທດເໝາະກັບສະພາບການຕົວຈິງເພື່ອເປັນເອກະພາບໃນການດັດປັບການພົວພັນກ່ຽວກັບທີ່ດິນ, ຊັບສິນ ຕິດພັນກັບທີ່ດິນ…

        ໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ກໍໄດ້ຮັບຟັງໝາກຜົນໃນເບື້ອງຕົ້ນຂອງຄະນະຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ໄລຍະ 2016 – 2021” ແລະ ຕົກລົງຄັດເລືອກຫົວໜ່ວຍ, ທ້ອງຖິ່ນເພື່ອດຳເນີນການຕິດຕາມກວດກາຕົວຈິງ.

(ແຫຼ່ງຄັດຈາກ VOV)

top