ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີໂທລະເລກກ່ຽວກັບການສຸມໃສ່ຟື້ນຟູຜົນຮ້າຍຢ້ອນຫຼັງ, ຟື້ນຟູການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ພາຍຫຼັງຝົນຕົກ, ນ້ຳຖ້ວມຢູ່ທາງທິດໃຕ້ພາກກາງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີໂທລະເລກກ່ຽວກັບການສຸມໃສ່ຟື້ນຟູຜົນຮ້າຍຢ້ອນຫຼັງ ພາຍຫຼັງຝົນຕົກ, ນ້ຳຖ້ວມຢູ່ທາງທິດໃຕ້ພາກກາງ (ພາບປະກອບ)
ວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີໂທລະເລກກ່ຽວກັບການສຸມໃສ່ຟື້ນຟູຜົນຮ້າຍຢ້ອນຫຼັງ, ຟື້ນຟູການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ພາຍຫຼັງຝົນຕົກ, ນ້ຳຖ້ວມຢູ່ທາງທິດໃຕ້ພາກກາງ. ໂທລະເລກຊີ້ແຈ້ງວ່າ, ລະດົມບັນດາກຳລັງ, ຍານພາຫະນະ, ດ້ວຍທຸກວິທີຕ້ອງເຂົ້າເຖິງບັນດາຄອບຄົວຂອງປະຊາຊົນຖືກຕັດແຍກຍ້ອນນ້ຳຖ້ວມ, ເຂດດິນເຊາະເຈືອນໃນຊຸມມືຜ່ານມາ, ເພື່ອສະໜອງທັນສາຫານຢ່າງທັນການ, ຊອກຫາຜູ້ຍັງຫາຍສາບສູນ, ປິນປົວຜູ້ຮັບບາດເຈັບ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍບັນດາຄອບຄົວຖືກເສຍຫາຍ, ຟື້ນຟູບັນດາການບໍລິຫານຈຳເປັນ ເພື່ອຮັບປະກັນບ່ອນຢູ່, ບ່ອນຮ່ຳຮຽນ, ການກວດ ແລະ ປິນປົວພະຍາດ, ຟື້ນຟູການຜະລິດດຳເນີນທຸລະກິດກ່ອນວັນທີ 30 ພະຈິກ 2025.
ໃນຂະນະນັ້ນ, ບັນດາທ້ອງຖິ່ນກໍ່ເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານພະຍາດພາຍຫຼັງນ້ຳຖ້ວມ. ທ່ານ ໄນຟີລາ, ຫົວໜ້າພະແນກສາທາລະນະສຸກແຂວງ ດັກລັກ, ໃຫ້ຮູ້ວ່າ:
“ນ້ຳລົງຮອດໃສ ວຽກງານປ້ອງກັນພະຍາດໄດ້ຮັບການຜັນຂະຫຍາຍຮອດນັ້ນ, ເຮັດອະນາໄມ, ແກ້ໄຂແຫຼ່ງນ້ຳປະປາ. ພ້ອມກັບວຽກງານປ້ອງກັນ - ຕ້ານພະຍາດ, ພວກຂ້າພະເຈົ້າໄດ້ລະດົມແຫຼ່ງກຳລັງຈາກບັນດາຕາແສງບໍ່ຖືກນ້ຳຖ້ວມມາໜູນຊ່ວຍເຂດຖືກຜົນສະທ້ອນຈາກນ້ຳຖ້ວມ. ກ່ອນທີ່ຖືກນ້ຳຖ້ວມ, ພະແນກສາທາລະນະສຸກແຂວງ ດັກລັກ ໄດ້ມີແຜນການຍົກຍ້າຍເຄື່ອງອຸປະກອນການແພດ ແລະ ຍົກຍ້າຍຄົນເຈັບໄປຍັງເຂດສູງແລ້ວ, ສະນັ້ນ, ໃນສຸມມື້ຜ່ານມາໄດ້ເປັນເຈົ້າການປະຕິບັດແຜນການດັ່ງກ່າວ”.