ຂ່າວສານ

ສຸມໃສ່ສ້າງຍຸດທະສາດຫັນປ່ຽນດີຈີຕອນ ເພື່ອແນໃສ່ກໍ່ສ້າງຫວຽດນາມ 4.0 ວັນເສົາ ທີ 8 ກັນຍາ ຄ.ສ. 2018 | 16:52:00

      ແຕ່ວັນທີ 11 ຫາວັນທີ 13 ກັນຍາ, ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກໄດ້ສົມທົບກັນຈັດກອງປະຊຸມ ເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ( WEF ASEAN) ປີ 2018 ດ້ວຍຫົວຂໍ້ “ ອາຊຽນ 4.0 : ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ”

ພາບປະກອບ
      ທ່ານ ດັ້ງຮ່ວາງຫາຍ ຫົວໜ້າກົມການຄ້າເອເລກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳການຄ້າ ໃຫ້ຮູ້ວ່າ:  ເຕັກໂນໂລຊີດີຈີຄອນ ແລະ ການເຊື່ອມຕໍ່ອິນເຕີເນັດພວມ ແລະ ຈະເປັນກຳລັງໜູນຊຸກຍູ້ການເຕີບໂຕຂອງບັນດາພື້ນຖານເສດຖະກິດອາຊຽນເວົ້າລວມກໍຄືຂອງຫວຽດນາມເວົ້າສະເພາະໃນຊຸມປີທີ່ຈະມາເຖິງ. ທ່ານ ດັ້ງຮ່ວາງຫາຍ ຖືວ່າ ການປະຕິວັດອຸດສາຫະກຳຄັ້ງທີ 4 ພວມວາງອອກຄວາມຮຽກຮ້ອງຕ້ອງການສຳລັບລັດຖະບານຂອງແຕ່ລະປະເທດ, ແຕ່ລະອົງການ, ວິສາຫະກິດຂອງຫວຽດນາມ ແມ່ນຕ້ອງກຳແໜ້ນ ແລະ ປະຕິບັດວິວັດການຫັນປ່ຽນດີຈີຕອນ, ນຳໃຊ້ທ່າດີຂອງເຕັກໂນໂລຊີໃນ ການປະຕິວັດອຸດສາຫະກຳຄັ້ງທີ 4, ແຕ່ລະຂະແໜງການ, ຂົງເຂດຄວນສຸມໃສ່ສ້າງຍຸດທະສາດຫັນປ່ຽນດີຈີຕອນ ເພື່ອແນໃສ່ກໍ່ສ້າງຫວຽດນາມ 4.0.
 (ແຫຼ່ງຄັດຈາກ VOV)

top