ຂ່າວສານ

ສຸມໃສ່ວິທີປະຕິບັດເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 5 ລ້ານເທື່ອຄົນໃນປີ 2022

ຂະແໜງທ່ອງທ່ຽວຈະສືບຕໍ່ຂຸດຄົ້ນບັນດາຕະຫຼາດມີການເຊື່ອມຕໍ່ທາງການບິນຄືນໃໝ່ໃຫ້ເປັນຢ່າງດີ, ອຳນວຍຄວາມສະດວກໃຫ້ພົນລະເມືອງໄປທ່ອງທ່ຽວຕ່າງປະເທດ, ຊາວ ຫວຽດນາມ .

ຂະແໜງທ່ອງທ່ຽວຈະສືບຕໍ່ຂຸດຄົ້ນບັນດາຕະຫຼາດມີການເຊື່ອມຕໍ່ທາງການບິນຄືນໃໝ່ໃຫ້ເປັນຢ່າງດີ, ອຳນວຍຄວາມສະດວກໃຫ້ພົນລະເມືອງໄປທ່ອງທ່ຽວຕ່າງປະເທດ, ຊາວ ຫວຽດນາມ .

    

ພາບປະກອບ:

ໂດຍສຸມໃສ່ວິທີການປະຕິບັດເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 5 ລ້ານເທື່ອຄົນໃນປີ 2022 ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງວັດທະນະທຳ, ກິລາ, ທ່ອງທ່ຽວໃນ 6 ເດືອນທ້າຍປີ. ນີ້ແມ່ນເນື້ອໃນໄດ້ຍົກອອກມາທີ່ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ວຽກງານ 6 ເດືອນທ້າຍປີ ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃນຕອນບ່າຍວັນທີ 15 ກໍລະກົດ.

        ເພື່ອປະຕິບັດເປົ້າໝາຍນີ້ໃຫ້ໄດ້, ຂະແໜງທ່ອງທ່ຽວຈະສືບຕໍ່ຂຸດຄົ້ນບັນດາຕະຫຼາດມີການເຊື່ອມຕໍ່ທາງການບິນຄືນໃໝ່ໃຫ້ເປັນຢ່າງດີ, ອຳນວຍຄວາມສະດວກໃຫ້ພົນລະເມືອງໄປທ່ອງທ່ຽວຕ່າງປະເທດ, ຊາວ ຫວຽດນາມ ຢູ່ຕ່າງປະເທດໄດ້ກັບຄືນບ້ານເກີດເມືອງນອນຫຼັງໂຄວິດ - 19...

        ກົມໃຫຍ່ທ່ອງທ່ຽວຈະເຊື່ອມຕໍ່, ສົບທົບກັບບັນດາທ້ອງຖິ່ນ, ວິສາຫະກິດ, ການບິນ ແລະ ກອງທຶນໜູນຊ່ວຍພັດທະນາການທ່ອງທ່ຽວຜັນຂະຫຍາຍໂຄງການ “Live fully in Vietnam” ຜ່ານບັນດາລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອາຊຽນ, ສ. ເກົາຫຼີ, ຍີ່ປຸ່ນ, ອິນເດຍ... ຄຽງຄູ່ກັນນັ້ນ, ເຂົ້າຮ່ວມການຈັດຕັ້ງຮ້ານວາງສະແດງກ່ຽວກັບການທ່ອງທ່ຽວ ຫວຽດນາມ ແລະ ສົ່ງເສີມໃນງານຕະຫຼາດນັດການທ່ອງທ່ຽວ ແລະ ຈັດຕັ້ງໃຫ້ບໍລິສັດທ່ອງທ່ຽວ, ສື່ມວນຊົນຈາກເອີລົບ, ສ ເກົາຫຼີ, ອາເມລິກາ ມາສຳຫຼວດຄວາມສາມາດບົ່ມຊ້ອນການທ່ອງທ່ຽວຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top