ຂ່າວສານ

ສຸມໃສ່ຍົກເລີກບັດເຫຼືອງຂອງຄະນະກຳມະການເອີລົບ (EC)

      ຕາມກົມໃຫຍ່ສິນໃນນ້ຳ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ), ໂດຍປະຕິບັດຢ່າງຄົບຊຸດບັນດາມາດຕະການແກ້ໄຂໂດຍໄວ ເພື່ອຍົກເລີກ “ບັດເຫຼືອງ” ກ່ຽວກັບການຈັບຫາສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ແຈ້ງປະກາດ ແລະ ບໍ່ປະຕິບັດຕາມລະບຽບການ ແມ່ນໜ້າທີ່ ຈຸດສຸມຂອງຂະແໜງໃນປີ 2022
ພາບປະກອບ
          ກົມໃຫຍ່ສິນໃນນ້ຳໄດ້ເປັນເສນາທິການໃຫ້ບັນດາການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຊີ້ນຳບັນດາທ້ອງຖິ່ນແກ້ໄຂ ປັບປຸງການຢັ້ງຢືນ ແລະ ອອກໃບຢັ້ງຢືນສິນໃນນ້ຳທີ່ຈັບຫາໄດ້, ແກ້ໄຂຄວາມຜິດພາດ, ບໍ່ຕ້ອງກໍຜົນສະທ້ອນເຖິງການສົ່ງອອກສິນໃນນ້ຳໄປຍັງ ຕະຫຼາດເອີລົບ.
      ປະຈຸບັນ, ທົ່ວປະເທດມີ 16 ໃນຈຳນວນ 28 ແຂວງ ແລະ ນະຄອນຢູ່ ແຄມທະເລຢັ້ງຢືນຕົ້ນກຳເນີດຂອງສິນໃນນ້ຳຢູ່ບັນດາແຂວງ ຕອນໃຕ້ພາກກາງ, ທາງທິດຕາເວັນອອກພາກໃຕ້, ທາງທິດຕາເວັນຕົກພາກໃຕ້ ຊຶ່ງຕົ້ນຕໍແມ່ນການສົ່ງອອກສິນໃນນ້ຳ ໄປຍັງຕະຫຼາດເອີລົບ.
(ແຫຼ່ງຄັດຈາກ VOV)
 


top