ຂ່າວສານ

ສຸມໃສ່ 9 ໝວດມາດຕະການພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ

ນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການສຸມໃສ່ເຂົ້າ 9 ໝວດມາດຕະການຕົ້ນຕໍເຊິ່ງຈະປະຕິບັດໃນໄລຍະຈະມາເຖິງ.
  ການຖະແຫຼງຂ່າວນັດສາມັນເດືອນກໍລະກົດຂອງລັດຖະບານ  

ຕອນບ່າຍວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈີ່ນວັນເຊີນ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ເປັນປະທານການຖະແຫຼງຂ່າວນັດສາມັນເດືອນກໍລະກົດຂອງລັດຖະບານ.

ທີ່ການຖະແຫຼງຂ່າວ, ທ່ານລັດຖະມົນຕີ ເຈິ່ນວັນເຊີນ, ເນັ້ນໜັກວ່າ: ນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການສຸມໃສ່ເຂົ້າ 9 ໝວດມາດຕະການຕົ້ນຕໍເຊິ່ງຈະປະຕິບັດໃນໄລຍະຈະມາເຖິງ. ໃນນັ້ນ, ບັນດາກະຊວງ, ຂະແໜງການສືບຕໍ່ປະຕິບັດຈຸດໝາຍຮັກສາສະຖຽນລະພາບພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຟື້ນຟູໄວ, ພັດທະນາແບບຍືນຍົງ; ພ້ອມນັ້ນ, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ, ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການຫັນເປັນດີຈີຕອນ, ປ່ຽນໃໝ່ມີຫົວຄິດປະດິດສ້າງ, ພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ…

ແລະກໍ່ທີ່ການຖະແຫຼງຂ່າວ, ທ່ານຮອງຫົວໜ້າຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ດ່າວມິງຕູ້ ໃຫ້ຮູ້ວ່າ: ທະນາຄານແຫ່ງລັດ ພວມປັບປຸງຮ່າງກົດໝາຍວ່າດ້ວຍການຟອກເງິນ (ສະບັບປັບປຸງ) ໃຫ້ສົມບູນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມຄັ້ງຈະມາເຖິງ. ທ່ານ ດ່າວມິງຕູ້ ຢັ້ງຢືນເງິນ Bitcoin ຫຼື ບັນດາປະເທດຄືເງິນເໝືອນຈິງບໍ່ແມ່ນເງິນທີ່ກົດໝາຍກຳນົດ, ບໍ່ແມ່ນເງິນເອເລັກໂຕນິກ ແລະ ຍິ່ງບໍ່ແມ່ນເງິນຊຳລະຖືກຕ້ອງຕາມກົດໝາຍຢູ່ ຫວຽດນາມ ໃນປະຈຸບັນ.


top