ຂ່າວສານ

ສຸມທຸກແຫຼ່ງກຳລັງເພື່ອເປົ້າໝາຍພັດທະນາປະເທດຊາ

      ຕອນເຊົ້າວັນທີ 4 ມັງກອນ ເປັນຄັ້ງທຳອິດທີ່ສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນກອງປະຊຸມວິສາມັນ, ພິຈາລະນາ, ຕັດສິນ 4 ເນື້ອໃນຮີບດ່ວນແນໃສ່ຍູ້ໄວຂະບວນວິວັດຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃນສະພາບການໂລກລະບາດໂຄວິດ - 19 ທີ່ຍັງມີການຜັນແປຢ່າງສັບສົນ. ການຈັດຕັ້ງກອງປະຊຸມຄັ້ງນີ້ ສືບຕໍ່ຢັ້ງຢືນຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງສະພາແຫ່ງຊາດໃນການສ້າງຕັ້ງພື້ນຖານນິຕິກຳເພື່ອແກ້ໄຂບັນດາໜ້າທີ່ຮີບດ່ວນຂອງປະເທດຊາດ. ນີ້ກໍແມ່ນປະຖົມປັດໄຈເພື່ອໃຫ້ສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່ວິທີການຈັດຕັ້ງກອງປະຊຸມຢ່າງມີໄຫວພິບກວ່າ, ແນໃສ່ປະຕິບັດເປົ້າໝາຍສູງສຸດແມ່ນຟື້ນຟູການພັດທະນາຂອງປະເທດຊາດ.
    ການຈັດຕັ້ງກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ເລີ່ມມາຈາກບົດບາດຂອງສະພາແຫ່ງຊາດ, ຈາກຄວາມຮຽກຮ້ອງຕ້ອງການຂອງຊີວິດ, ຂອງສະພາບການພາຍໃນປະເທດ. ຜ່ານນັ້ນ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ປັບຕົວໃຫ້ແທດເໝາະກັບສະພາບການໃໝ່, ປຶກສາຫາລື ແລະ ຕົກລົງຫຼາຍບັນຫາສຳຄັນຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ສະແດງໃຫ້ເຫັນການປ່ຽນແປງໃໝ່ໃນເນື້ອໃນ ແລະ ວິທີການເຄື່ອນໄຫວຂອງສະພາແຫ່ງຊາດ, ໃນນັ້ນ ມີການຈັດຕັ້ງກອງປະຊຸມວິສາມັນດ້ວຍຮູບແບບທາງໄກ.
ທ່ານປະທານສະພາແຫ່ງຊາດ ເປັນປະທານກອງປະຊຸມສະພາແຫ່ງຊາດຊຸດທີ XV (ພາບປະກອບ: TTXVN)
      ກະກຽມຢ່າງລອບຄອບຖີ່ຖ້ວນ, ຮັບປະກັນຄຸນນະພາບ
        ການດຳເນີນກອງປະຊຸມວິສາມັນໄດ້ວາງອອກແຕ່ຫົວທີ. ພາຍຫຼັງທີ່ກອງປະຊຸມ ເທື່ອທີ 2, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ໄດ້ມີການເຮັດວຽກກັບລັດຖະບານ, ບັນດາອົງການຈັດຕັ້ງຂອງລັດຖະບານ ແລະ ເຮັດວຽກກັບນັກຊ່ຽວຊານກ່ຽວກັບແຕ່ລະເນື້ອໃນລະອຽດ. ມີເນື້ອໃນໄດ້ຮັບການປຶກສາຫາລືຢູ່ໃນວົງກວ້າງໂດຍມີການເຂົ້າຮ່ວມຂອງບັນດາອົງການທີ່ກ່ຽວຂ້ອງ, ມີເນື້ອໃນປຶກສາຫາລືກັບນັກຊ່ຽວຊານ, ລົງເລິກທີ່ສຸດ. ມີຫຼາຍເນື້ອໃນ ຊຶ່ງການນຳສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ປະກອບຄຳເຫັນເປັນຫຼາຍຄັ້ງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍໄດ້ຊາບຊຶມທັດສະນະທີ່ວ່າ ເຖິງວ່າຮີບດ່ວນ ແຕ່ຕ້ອງຮັບປະກັນຄຸນນະພາບ. ດັ່ງນັ້ນ, ບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ ໄດ້ມີການສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄຸນນະພາບ ສະເໜີຕໍ່ສະພາແຫ່ງຊາດ. ໃນມື້ເຮັດວຽກສຸດທ້າຍຂອງປີ 2021, ຄະນະປະຈຳສະພາແຫ່ງຊາດກໍໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍນະໂຍບາຍການເງິນ, ເງິນຕາໜູນຊ່ວຍແກ່ການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມເພື່ອໃຫ້ລັດຖະບານ ແລະ ບັນດາອົງການຂອງສະພາແຫ່ງຊາດ ສືບຕໍ່ເຮັດໃຫ້ສົມບູນແບບກ່ອນທີ່ຈະສະເໜີຕໍ່ສະພາແຫ່ງຊາດ. ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ:
        “ພວກເຮົາຕ້ອງມີລັດຖະນະໂຍບາຍທີ່ກ່ຽວຂ້ອງເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ ດັ່ງນັ້ນ ນະໂຍບາຍກ່ຽວກັບການເງິນ, ເງິນຕາແມ່ນສຳຄັນທີ່ສຸດ, ຖ້າຫາກວ່າໄດ້ຮັບການຮັບຮອງເອົາໃນຊຸມວັນຕົ້ນປີ 2022 ນີ້ ກໍ່ຈະຊ່ວຍຊຸກຍູ້ການເຕີບໂຕຂອງປະເທດຊາດໃນປີ 2022 ແລະ 2023”.
        ສຸມທຸກແຫຼ່ງກຳລັງແກ່ການພັດທະນາຂອງປະເທດຊາດ
        ລັດຖະທຳມະນູນຂອງ ຫວຽດນາມ ໄດ້ກຳນົດວ່າ ໃນກໍລະນີທີ່ຈຳເປັນ, ຕາມການສະເໜີຂອງປະທານປະເທດ, ນາຍົກລັດຖະມົນຕີ, ຄະນະປະຈຳສະພາແຫ່ງຊາດ ຫຼື ເປັນຄຳຮຽກຮ້ອງຂອງຢ່າງໜ້ອຍສຸດ 1/3 ຈຳນວນສະມາຊິກສະພາແຫ່ງຊາດນັ້ນ ສະພາແຫ່ງຊາດ ກໍສາມາດຈັດຕັ້ງກອງປະຊຸມວິສາມັນ ນອກຈາກກອງປະຊຸມສະໄໝສາມັນປະຈຳປີ. ການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໃນປັດຈຸບັນ ແມ່ນວິກິດການທົ່ວໂລກ ເຊິ່ງໄດ້ສົ່ງຜົນກະທົບຕໍ່ທຸກປະເທດໃນໂລກ, ເຮັດໃຫ້ບັນດາອົງການຕັ້ງ ໃນນັ້ນມີສະພາແຫ່ງຊາດຕ້ອງປ່ຽນແປງວິທີການເຄື່ອນໄຫວຄື ຈັດກອງປະຊຸມແບບທາງໄກ, ປຶກສາຫາລື ແລະ ຕົກລົງບັນດາບັນຫາຮີບດ່ວນ, ຫາກໍ່ເກີດຂຶ້ນ. ສະພາແຫ່ງຊາດ ຫວຽດນາມ ກໍບໍ່ນອກເໜືອຈາກກໍລະນີນັ້ນ ແລະ ພ້ອມກັບລັດຖະບານ, ຈັດກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ XV ແມ່ນຄວາມເປັນເຈົ້າການ, ໂດຍເລີ່ມມາຈາກບົດບາດຂອງສະພາແຫ່ງຊາດ, ຈາກຄວາມຮຽກຮ້ອງຕ້ອງການຂອງຊີວິດ, ຂອງຜູ້ມີສິດເລືອກຕັ້ງ ແລະ ສະພາບການພາຍໃນປະເທດ. ທ່ານເລຂາທິການສະພາແຫ່ງຊາດ ບຸ່ຍວັນເກື່ອງ ແບ່ງປັນວ່າ:
        “ເມື່ອມີວຽກຈຳເປັນ ແລະ ເຫັນວ່າມີຄວາມຮີບດ່ວນ, ຕ້ອງແກ້ໄຂໂດຍໄວ, ສະພາແຫ່ງຊາດຈະສືບຕໍ່ຈັດກອງປະຊຸມວິສາມັນ. ເປົ້າໝາຍສຸດທ້າຍແມ່ນຮັບໃຊ້ປະຊາຊົນ ແລະ ຮັບໃຊ້ການພັດທະນາຂອງປະເທດຊາດ, ຮັບປະກັນການຜັນຂະຫຍາຍລະບອບລະບຽບການ, ແຜນນະໂຍບາຍ, ມະຕິຂອງພັກເຂົ້າໃນຊີວິດໃຫ້ທັນການ, ບໍ່ປະໃຫ້ຖືກຕິດຄັດ, ສະແດງຄວາມເປັນເຈົ້າການ, ຄວາມຕັ້ງໜ້າຂອງສະພາແຫ່ງຊາດໃນການປະຕິບັດພັນທະ, ໜ້າທີ່ຂອງຕົນຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ.”
        ທີ່ກອງປະຊຸມ, ສະພາແຫ່ງຊາດໄດ້ພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາ ຮ່າງກົດໝາຍ 1 ສະບັບ, ຮ່າງມະຕິ 3 ສະບັບ, ໃນນັ້ນ ມີມະຕິວ່າດ້ວຍນະໂຍບາຍສົກປີການເງິນ, ເງິນຕາ ເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ແຜນນະໂຍບາຍລົງທຶນໂຄງການກໍ່ສ້າງກິດຈະກຳເສັ້ນທາງດ່ວນເໜືອ - ໃຕ້ທາງທິດເວັນອອກ ໄລຍະ 2021 – 2025.
        ນີ້ເປັນຄັ້ງທຳອິດທີ່ສະພາແຫ່ງຊາດດຳເນີນກອງປະຊຸມວິສາມັນ ແລະ ກໍເປັນຄັ້ງທຳອິດທີ່ທຸກວາລະປະຊຸມຂອງສະພາແຫ່ງຊາດໄດ້ຈັດຂຶ້ນແບບທາງໄກ, ສິ່ງດັ່ງກ່າວສືບຕໍ່ສະແດງໃຫ້ເຫັນພາບພົດຂອງສະພາແຫ່ງຊາດທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່ ເພື່ອເປົ້າໝາຍສຸດທ້າຍແມ່ນພັດທະນາປະເທດຊາດ./.
(ແຫຼ່ງຄັດຈາກ VOV)


top