ຂ່າວສານ

ສຸຊົນບັນລຸການເຕີບໂຕສິນເຊື່ອປີ2017ຢູ່ໃນລະດັບ18%

       ທະ​ນາ​ຄານ​ແຫ່ງ​ລັດ​ໃຫ້​ຮູ້​ວ່າ: ປີ 2017 ອະ​ນຸ​ຍາດ​ໃຫ​້​ການ​ເຕີບ​ໂຕ​ສິນ​ເຊື່ອ​ຢູ່​ໃນ​ລະ​ດັບ 18%. ທະ​ນາ​ຄານ​ຈະ​ສືບ​ຕໍ່​ມີ​ການດັດ​ປັບ​ໃຫ​້​ເໝາະ​ສົມ, ຍົກ​ອອກ​​​ອັດ​ຕາ​ດອກ​ເບ​້ຍ​ລະ​ຫວ່າງ​ທະ​ນາ​ຄານ​ໃຫ້​ເໝາະ​ສົມ. ແລະ​ກໍ່​ໃນ​ປີນີ້, ທະ​ນາ​ຄານ​ແຫ່ງ​ລັດ​ຈະ​ຮັກ​ສາ​ຮູບ​ວິ​ທີການ​ບໍ​ລິ​ຫານ​ອັດ​ຕາ​​ແລກ​ປ່ຽນ​ເງິນ​ຕາ​ຕາມ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕ​າ​ໃຈ​ກາງ​ຄື​ໃນ​ປີ 2016. ກ່ຽວ​ກັບ​ບ້ວງ​ສິນ​ເຊື່ອ 50.000 – 60.000 ຕື້​ດົ່ງ​ສຳ​ລັບ​ຂະ​ແໜງ​ກະ​ສິ​ກຳ, ທະ​ນາ​ຄານ​ແຫ່ງ​ລັດ​ພວມ​ຄົ້ນ​ຄ້​ວາ​ວິ​ທີ​ການ​ຜັນ​ຂະ​ຫຍາຍ, ແຫລ່ງ​ທຶນ​ຈະ​ລະ​ດົມ​ຈາກ​ເລື່ອງ​ສ້າງ​ຄວາມ​ດຸ່ນ​ດ່ຽງ​​ລະ​ຫວ່າງ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ, ໃນ​ນັ້ນ​​ຕົ້ນຕໍ່​ແມ່ນ​ຈາກ​ທະ​ນາ​ຄານ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ (Agribank). ທ່ານ​ນາງ ຫງວຽນ​ທິ​ຖູ໋ຍ​ແຫ້ງ, ຮອງ​ຫົວ​ໜ້າ​ກົມ​ສິນ​ເຊື່ອ ບັນ​ດາ​ຂະ​ແໜງ​ເສດ​ຖະ​ກ​ິດ (ທະ​ນາ​ຄານ​ແຫ່ງ​ລັດ) ໃຫ້​ຮູ້​ວ່າ:
        “ໃນ​ປີ 2017, ທະ​ນາ​ຄານ​ແຫ່ງ​ລັດ​ສືບ​ຕໍ່​ບໍ​ລິ​ຫານ​ນະ​ໂຍ​ບາຍ​ສິນ​ເຊື່ອ​ຕາມ​ທິດ​ຄວບ​ຄຸມ​ຂອບ​ຂະ​ໜາ​ດ​ສິນ​ເຊື່ອ​ໃຫ​້​ເໝາະ​ສົມ, ປອດ​ໄພ, ມີ​ປະ​ສິດ​ທ​ິ​ຜົນ, ສ້າງ​ຄວາມ​ສະ​ດວກ​ເພື່ອໃຫ​້​ບັນ​ດາ​ວິ​ສາ​ຫະ​ກິດ​ສຳ​ຜັດກັບ​ທຶນ, ສຸມ​ສິນ​ເຊື່ອ​ໃຫ້​ບັນ​ດາ​ຂົງ​ເຂດບຸ​ລິ​ມະ​ສິດ​ຕາມ​​ການຊີ້​ນຳ​ຂອງ​ລັດ​ຖະ​ບານ. ທະ​ນາ​ຄານ​ແຫ່ງ​ລັດ​ຈະ​ຊີ້​ນຳ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ລາຍ​ການ​ສິນ​ເຊື່ອ​ສຳ​ລັບ​ຂະ​ແໜງ, ຂົງ​ເຂດ​ຈຸດ​ສຸມ, ຕັ້ງ​ໜ້າ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ຫົວ​ໜ່ວຍ​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ຢູ່ 4 ແຂວງ​ພາກ​ກາງ ແລະ ບັນ​ດາ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ໄພ​ທຳ​ມະ​ຊາດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ລາຍ​ການ​ສິນ​ເຊື່ອ​ນະ​ໂຍ​ບາຍ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ.”
 (ແຫຼ່ງຄັດຈາກ VOV)

top