ຂ່າວສານ

ສຸຂະພາບຂອງຜູ້ສະໝັກສັກຢາວັກຊິນລະດັບສູງສຸດກັນພະຍາດໂຄວິດ - 19 ເປັນປົກກະຕິ

      Nanocovax ແມ່ນຢາວັກຊິນກັນພະຍາດໂຄວິດ - 19 ທຳອິດຢູ່ ຫວຽດນາມ ໄດ້ນຳເຂົ້າການທົດລອງຕໍ່ຄົນ
ທຳອິດສະໝັກສັກຢາວັກຊິນ Nanocovax ລະດັບສູງສຸດຢູ່ຫວຽດນາມ (ພາບ: vov.vn)
      ຕອນເຊົ້າວັນທີ 19 ມັງກອນ, ທ່ານ ຈືວັນເໝ໊ນ, ຜູ້ອຳນອຍການ ສູນທົດລອງຢາວັກຊິນ ແລະ ຊີວະວິທະຍາ, ວິທະຍາຄານ ເສນາຮັກ, ໃຫ້ຮູ້ວ່າ ຜູ້ສະໝັກ 20 ຄົນເຂົ້າຮ່ວມການທົດລອງສັກວັນຊິນກັນພະຍາດໂຄວິດ - 19 Nanocovax ລະດັບ 75 mcg ມີສຸຂະພາບທີ່ເປັນປົກກະຕິ, ບໍ່ເປັນໄຂ້ປັດຈຸບັນ, ບັນດາຜູ້ສະໝັກນີ້ໄດ້ກັບມາເຮືອນແລະຕິດຕາມສຸຂະພາບເອງແລ້ວ. ຄາດຄະເນວ່າ ຮອດວັນທີ 20 ມັງກອນ, ຜູ້ສະໝັກ 3 ຄົນ ທີ່ໄດ້ສັກຢາວັກຊິນ ລະດັບ 50 mcg ເຂັມທີ 1 ແລະ 17 ຄົນທີ່ໄດ້ສັກຢ່າວັກຊິນ ລະດັບ 25 mcg ຈະໄດ້ສັກເຂັມທີ 2. ມາຮອດປັດຈຸບັນ, ຢາວັນຊິນ Nanocovax ທຸກເຂັມລວ້ນແຕ່ມີຄວາມປອດໄພແລະ ຮັບປະກັນຢ່າງຖືກຕ້ອງຕາມຂັ້ນຕອນ.
            Nanocovax ແມ່ນຢາວັກຊິນກັນພະຍາດໂຄວິດ - 19 ທຳອິດຢູ່ ຫວຽດນາມ ໄດ້ນຳເຂົ້າການທົດລອງຕໍ່ຄົນ
(ແຫຼ່ງຄັດຈາກ VOV)


top