ສື່ມວນຊົນເຢຍລະມັນແລະເອີລົບໄດ້ລົງຂ່າວ, ຕີລາຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ໃນຂະນະນັ້ນ, ສະຖານທູດເຢຍລະມັນປະຈຳຫວຽດນາມ ກໍ່ໄດ້ສົ່ງຄຳຂອບໃຈຕໍ່ການກະທຳອັນສູງສົ່ງ ແລະ ດີງາມນີ້ຂອງຫວຽດນາມ.

ສະຖານທູດເຢຍລະມັນປະຈຳຫວຽດນາມ ເອົາຄຳຂອບໃຈຫວຽດນາມລົງໜ້າ Facebook ຂອງຕົນ
(ພາບ: ສະຖານທູດເຢຍລະມັນປະຈຳຫວຽດນາມ)
ໜັງສືພິມDeutsche Welleຂອງເຢຍລະມັນໃຫ້ຮູ້ວ່າລັດຖະບານຫວຽດນາມໄດ້ໜູນຊ່ວຍຜ້າອັດປາກ - ດັງ ຫຼາຍພັນອັນໃຫ້ແກ່ບັນດາປະເທດເອີລົບເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ. ຕາມບົດຂຽນແລ້ວ, ລັດຖະບານຫວຽດນາມໄດ້ມອບຜ້າອັດປາກ - ດັງຂ້າເຊື້ອ 550.000 ອັນໃຫ້ແກ່ຜູ້ຕາງໜ້າສະຖານທູດຂອງ 5 ປະເທດເອີລົບປະຈຳຫວຽດນາມ, ລວມມີເຢຍລະມັນ, ຝະລັ່ງ, ອີຕາລີ, ແອັດສະປາຍແລະອັງກິດ. ແລະໃນວັນດຽວກັນ, ຊ່ອງໂທລະພາບ euronews ຂອງເອີລົບ ກໍ່ໄດ້ລົງຂ່າວວ່ານອກຈາກ 5 ປະເທດເອີລົບດັ່ງກ່າວແລ້ວ, ຫວຽດນາມກໍ່ຍັງໄດ້ມອບຜ້າອັດປາກ - ດັງແລະອຸປະກອນການແພດໃຫ້ແກ່ບັນດາປະເທດຄືກຳປູເຈຍ, ລາວແລະຈີນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ.
(ແຫຼ່ງຄັດຈາກ VOV)