ວັນທີ 19 ກໍລະກົດ, ບັນດາສຳນັກຂ່າວສານ ແລະ ອົງການສື່ມວນຊົນໃຫ່ຍຂອງ ເອີລົບຄື Le Monde, Le Figaro, The Guardian, Reuters, RFI…ລ້ວນແຕ່ໄດ້ໃຫ້ຂ່າວ ທ່ານເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ແລະ ທົບທວນຄືນບັນດາຂີດໝາຍດ້ານການທູດຂອງທ່ານ.
ໜັງສືພິມ Le Monde, Le Figaro, ວິທະຍຸ RFI ລ້ວນແຕ່ໃຫ້ຂ່າວທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ລວມມີອາຍຸ 80 ປີ ແລະ ລົງບົດລະອຽດກ່ຽວກັບຊີວະປະຫວັດຫຍໍ້ ຊີວິດຂອງທ່ານພ້ອມກັບບັນດາຂີດໝາຍສຳຄັນ.
ໜັງສືພິມ Guardian, Reuters ໄດ້ລົງບົດຂຽນຍົກອອກບົດບາດນຳພາຂອງ ເລື່ອງ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນກ່ວາ 1 ທົດສະວັດທີ່ຜ່ານມາ ເມື່ອ ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕເສດຖະກິດໄວວາ ແລະ ຍົກສູງການພົວພັນກັບບັນດາປະເທດໃນໂລກ.
ບັນດາສຳນັກຂ່າວສານ ເອີລົບ ລ້ວນແຕ່ໄດ້ເນັ້ນໜັກຂີດໝາຍຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນການພົວພັນກັບຕ່າງປະເທດ ຊື່ງບັນລຸໄດ້ຜົນສຳເລັດຫຼາຍຢ່າງ ດ້ວຍນະໂຍບາຍ “ການທູດໄມ້ໃຜ່” ຂອງຕົນ, ພ້ອມທັງໄດ້ລົງພິມບົດຂຽນກ່ຽວກັບຄວາມປະທັບໃຈອັນເລິກເຊິ່ງຂອງປະທານາທິບໍດີ ອາເມລິກາ Joe Biden,, ປະທານປະເທດ ຈີນ ສືຈິນຜິງ ແລະ ປະທານາທິບໍດີ ລັດເຊຍ Vladimir Poutine ກ່ຽວກັບທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຄືດັ່ງ “ເພື່ອຜູ້ທີ່ສະໜິດສະໜົມ, ການນຳຜູ້ມີວິໄສທັດກ້ວາງໄກ, ຜູ້ເຄີຍເປັນຂົວຕໍ່ລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນຫຼາຍທົດສະວັດ”.