ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ໜັງສືພິມປະຊາຊົນ ໄດ້ລົງຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນເວັບໄຊ
ໃນໜ້າທຳອິດຂອງໜັງສືພິມ ປະຊາຊົນ, ສຽງຂອງພັກປະຊາຊົນປະຕິວັດ ລາວ ສະບັບອອກວັນທີ 20 ມັງກອນ ໄດ້ລົງບົດຂຽນ ດ້ວຍຫົວຂໍ້ວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ດຳເນີນແຕ່ວັນທີ 19 – 25 ມັງກອນ”, ຍົກອອກຫົວຂໍ້ຂອງກອງປະຊຸມໃຫຍ່: “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ”.
ໃນໜ້າທຳອິດຂອງໜັງສືພິມ ປະເທດລາວ ຂຶ້ນກັບສຳນັກຂ່າວສານລາວ (KPL) ຫຼື Vientiane Times ສະບັບອອກວັນທີ 19 ມັງກອນ ກໍ່ລົງຂ່າວກ່ຽວຂ້ອງເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ບັນດາຂ່າວ, ບົດທີ່ລົງໃນບັນດາອົງການສື່ມວນຊົນໃຫຍ່ຂອງລາວນັ້ນ ລ້ວນແຕ່ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະເທດ ຫວຽດນາມ ສືບຕໍ່ພັດທະນາ, ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກ.