ຂ່າວສານ

ສື່ມວນ​ຊົ​ນ ລາວ​ເຊີດ​ຊູ​ນັກ​ຮົບ​ກອ​ມ​ມູ​ນິດ​ດີ​ເລີດ​ຂອງ ຊາດ ຫວຽດ​ນາມ

ປະທານໂຮ່ຈີມິນ, ນັກຮົບວິທະຊົນປົດປ່ອຍຊາດ ແມ່ນສັນຍາລັກອັນພົ້ນເດັ່ນກ່ຽວກັບຄວາມຕັດສິນໃຈຂອງທົ່ວຊາດ, ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາຊົນຊາດຖືກກົດຂີ່ຂຸດຮີດໃນໂລກ
ພາບປະກອບ
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ບັນດາໜັງສືພິມຂອງລາວ ຄື ປະຊາຊົນ, ປະເທດລາວ, ສຳນັກຂ່າວສານລາວ KPL ໃນວັນທີ 17 ພຶດສະພາໄດ້ພ້ອມກັນລົງບົດຂຽນເຊີດຊູສັນລະເສີນປະທານໂຮ່ຈີມິນ ຄື: “ປະທານ ໂຮ່ຈີມິນ, ວິລຸບູລຸດຜູ້ປົດປ່ອຍປະທານຊາດ ນັກຮົບຜູ້ຍິ່ງໃຫຍ່ຂອງຂະບວນການກອມມູນິດ” ຫຼື “ປະທານໂຮ່ຈີມິນໃນໄລຍະທາງຊອກຫາເສັ້ນທາງກູ້ຊາດ”. ບົດຂຽນ ຢັ້ງຢືນວ່າ ປະທານໂຮ່ຈີມິນ, ນັກຮົບວິທະຊົນປົດປ່ອຍຊາດ ແມ່ນສັນຍາລັກອັນພົ້ນເດັ່ນກ່ຽວກັບຄວາມຕັດສິນໃຈຂອງທົ່ວຊາດ,ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາຊົນຊາດຖືກກົດຂີ່ຂຸດຮີດໃນໂລກ, ເພື່ອສັນຕິພາບ, ເອກະລາດຊົນຊາດ, ປະຊາທິປະໄຕ ແລະ ສັງຄົມທີ່ກ້າວໜ້າ.

top