ຂ່າວສານ

ສື່ມວນ​ຊົນ​ສິ​ງ​ກະ​ໂປ ຕີ​ລາ​ຄາ​ສູງ​ຖັນ​ແຖວ​ການ​ນຳຊຸດ​ໃໝ່​ຂອງ​ຫວຽດ​ນາມ

ບົດຂຽນໄດ້ຢືນຢັນຄວາມໝາຍສຳຄັນທີ່ສຸດ ນັ້ນແມ່ນ ຖັນແຖວການນຳໃໝ່ຂອງຫວຽດນາມ ແມ່ນຂີດໝາຍແຫ່ງການສົມທົບລະຫວ່າງປັດໄຈປະສົບການ ກັບຄວາມໃໝ່ອຽມ.
(ພາບ: TTXVN)

   ວັນທີ 5 ເມສາ, ໜ້າເວັບຂອງສະຖາບັນຄົ້ນຄວ້າບັນດາບັນຫາສາກົນ S. Rajaratnam Singapore (RSIS) ໄດ້ລົງບົດຂຽນຂອງ ທ່ານ Yang Razali Kassim ຕີລາຄາບັນດາຄວາມໝາຍຊື່ງຖັນແຖວການນຳຊຸດໃໝ່ຂອງຫວຽດນາມ ຈະນຳມາຊື່ງການພັດທະນາຂອງປະເທດຊາດ.

ບົດຂຽນໄດ້ຢືນຢັນຄວາມໝາຍສຳຄັນທີ່ສຸດ ນັ້ນແມ່ນ ຖັນແຖວການນຳໃໝ່ຂອງຫວຽດນາມ ແມ່ນຂີດໝາຍແຫ່ງການສົມທົບລະຫວ່າງປັດໄຈປະສົບການ ກັບຄວາມໃໝ່ອຽມ. ບົດຂຽນໄດ້ສະແດງຄວາມເຊື່ອໝັ້ນວ່າ: ຖັນແຖວການນຳຊຸດໃໝ່ຂອງຫວຽດນາມ ຈະນຳຫວຽດນາມ ກາຍເປັນປະເທດສວມບົດບາດ, ທີ່ຕັ້ງທີ່ພົ້ນເດັ່ນກ່ວາອີກໃນພາກພື້ນ.

ບົດຂຽນຖືວ່າ: ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຈະສືບຕໍ່ຕິດຕາມກວດກາການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ທ່ານປະທານປະເທດຫງວຽນຊວັນຝຸກ ຈະນຳໃຊ້ບັນດາປະສົບການຂອງຕົນທີ່ມີໃນຖານະເປັນນາຍົກລັດຖະມົນຕີ ເພື່ອເປີດກ້ວາງ ແລະ ເພີ່ມທະວີການພົວພັນຂອງຫວຽດນາມ ແລະ ປະເທດຕ່າງໆ. ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະຊີ້ນຳ ແລະ ບໍລິຫານປະເທດຊາດ ມຸ່ງໄປເຖິງເປົ້າໝາຍຄວບຄູ່ ແມ່ນສະກັດກັ້ນ,  ຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ ແລະ ຮັກສາ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ.

ປະຕິບັດ: VNA/VNP


top