ຂ່າວສານ

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ໃນຊຸມວັນຜ່ານມາ, ບັນດາສຳນັກຂ່າວສານສາກົນໄດ້ຕີລາຄາສູງຕໍ່ທ່າຟື້ນຟູຢ່າງແຮງຂອງເສດຖະກິດ ຫວຽດນາມ, ເມື່ອລະດັບເຕີບໂຕໃນໄຕມາດທີ III ບັນລຸ 8,22%, ເຊິ່ງເປັນລະດັບສູງສຸດໃນກວ່າ 1 ທົດສະວັດຜ່ານມາ.
(ພາບປະກອບ: VOV)

ໝາກຜົນດັ່ງກ່າວໄດ້ລື່ນກາຍຄວາມຫວັງ, ສອດຄ່ອງກັບເປົ້າໝາຍເຊິ່ງລັດຖະບານໄດ້ວາງອອກ ແລະ ສູງກວ່າການຄາດຄະເນຂອງບັນດາອົງການຈັດຕັ້ງການເງິນສາກົນ. ຂໍ້ມູນເສດຖະກິດທີ່ຕັ້ງໜ້ານັ້ນ ໄດ້ປະກອບສ່ວນຍົກສູງອັນດັບຂອງຕະຫຼາດຫຼັກຊັບ ຫວຽດນາມ, ສ່ອງແສງຄວາມເຊື່ອໝັ້ນຂອງນັກລົງທຶນເຂົ້າພື້ນຖານເສດຖະກິດຂອງປະເທດຊາດ. ຫວ່າງມໍ່ໆມານີ້, FTSE Russell ໄດ້ຈັດຕະຫຼາດ ຫວຽດນາມ ເຂົ້າອັນດັບດຽວກັນກັບບັນດາຕະຫຼາດໃຫຍ່ກວ່າຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.

ສື່ມວນຊົນສາກົນຖືວ່າ ລະດັບການເຕີບໂຕໃນໄຕມາດ III ໄດ້ສ່ອງແສງຄວາມສາມາດຟື້ນຟູການສົ່ງອອກແຮງກວ່າການຄາດຄະເນຂອງ ຫວຽດນາມ. ມີກຳລັງໜູນເຕີບໂຕຢ່າງແຮງຄືແນວນັ້ນແມ່ນຍ້ອນມີການປະສານສົມທົບຂອງຫຼາຍປັດໄຈ, ລວມທັງການເພີ່ມທະວີການລົງທຶນຈາກຕ່າງປະເທດ, ການຟື້ນຟູຂອງການທ່ອງທ່ຽວ ແລະ ການບໍລິໂພກຢູ່ພາຍໃນປະເທດເພີ່ມຂຶ້ນຢ່າງແຮງ. ສະມັດຕະພາບການຜະລິດ ແລະ ການສົ່ງອອກ ໄດ້ຊ່ວຍໃຫ້ ຫວຽດນາມ ຜ່ານຜ່າການຜັນແປຂອງເງິນຕາ ແລະ ຄວາມຂາດສະຖຽນລະພາບໃນທົ່ວໂລກ.

ອົງການຈັດຕັ້ງ Citi Research ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະບັນລຸລະດັບຕ່ຳກວ່າ 8% ໃນປີ 2025, ສູງກວ່າເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.


top