ຂ່າວສານ

ສື່ມວນ​ຊົນ​ສາ​ກົນ ຍົກ​ອອກ 4 ເຫດ​ຜົນ​ທີ່​ຊ່ວຍໃຫ້ ຫວຽດ​ນາມ ກາຍ​ເປັນ​ຈຸດດຶງ​ດູດ​ການ​ລົງ​ທຶນທີ່​ຈັບ​ໃຈ

ຕາມເວັບໄຊ tradefinanceglobal.com ແລ້ວ, ໃນທົດສະວັດຜ່ານມາ, ຫວຽດນາມ ກາຍເປັນຈຸດດຶງດູດບ້ວງລົງທຶນແຖວໜ້າໃນຂົງເຂດຜະລິດທີ່ມີຄວາມຈັບໃຈກວ່າບັນດາປະເທດ ອາຊຽນ - 4 (ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຟີລິບປິນ).
  (ພາບປະກອບ: TTXVN)  

ເວັບໄຊດັ່ງກ່າວໄດ້ຍົກອອກ 4 ສາຍເຫດທີ່ເຮັດໃຫ້ ຫວຽດນາມ ມີຄວາມດຶງດູດບັນດານັກລົງທຶນກວ່າ ເມື່ອທຽບໃສ່ບັນດາປະເທດ ອາຊຽນ - 4 ລວມມີ ຄ່າແຮງງານຕ່ຳກວ່າ, ລະບົບສະໜອງທີ່ລຽບງ່າຍກວ່າ, ການສຳຜັດດ້ານການຄ້າເສລີໄດ້ດີກວ່າ ແລະ ການເມືອງມີສະຖຽນລະພາບ. ໃນນັ້ນ, ປັດໄຈການເມືອງມີສະຖຽນລະພາບ ແມ່ນສວມບົດບາດສຳຄັນ. ຕາມດັດຊະນີຂອງທະນາຄານໂລກ (WB) ແລ້ວ, ຫວຽດນາມ ມີສະຖຽນລະພາບດ້ານການເມືອງ, ການໃຊ້ຄວາມຮຸນແຮງດີກວ່າຫຼາຍປະເທດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ບໍ່ມີການໃຊ້ຄວາມຮຸນແຮງ, ລວມທັງ 3 ໃນຈຳນວນບັນດາປະເທດ ອາຊຽນ - 4.

ເວັບໄຊດັ່ງກ່າວ ໄດ້ຕີລາຄາວ່າ ເປັນທີ່ຈະແຈ້ງແລ້ວວ່າ ການປະສານສົມທົບຂອງທັງ 4 ປັດໄຈດັ່ງກ່າວ ແມ່ນທີ່ຈະແຈ້ງແລ້ວວ່າ ມີເງື່ອນໄຂຄົບຖ້ວນເພື່ອສ້າງຄວາມດຶງດູດຂອງ ຫວຽດນາມ ສຳລັບນັກລົງທຶນຕ່າງປະເທດ. ເມື່ອລັດຖະບານ ສືບຕໍ່ປະຕິບັດບັນດາສົນທິສັນຍາການຄ້າເສລີໃນທົ່ວໂລກ ແລະ ການລົງທຶນເຂົ້າໃນພື້ນຖານໂຄງລ່າງການຄົມມະນາຄົມ ກໍຄື ຂໍ້ມູນຕິດຕໍ່ພົວພັນ, ທີ່ຕັ້ງຂອງ ຫວຽດນາມ ແມ່ນ “ສູນຜະລິດທີ່ພວມບືນຕົວຂຶ້ນ” ຈະນັບມື້ນັບໄດ້ຮັບການປັບປຸງ.


top