ຂ່າວສານ

ສື່ມວນ​ຊົນ​ລາວ​ຍ້ອງ​ຍໍ​ຊົມ​ເຊີຍ​ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ ລາວ - ຫວຽດ​ນາມ

ໜັງສືພິມ Vientiane Times ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງປະຊາຊົນລາວ ແລະ ຫວຽດນາມ ນັບມື້ນັບໄດ້ຮັບການຍົກລະດັບກາຍເປັນນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ.

ຜູ້ແທນຕັດຜ້າແຖບເປີດນຳໃຊ້ ແລະ ມອບຮັບໂຮງຮຽນການທະຫານແຂວງ ໄຊສົມບູນ ທີ່ນຳໃຊ້ແຫຼ່ງທຶນອະປຸຖຳຊ່ວຍເຫຼືອຫຼ້າຂອງ ຫວຽດນາມ ໃຫ້ແກ່ ລາວ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ, , ໜັງສືພິມ Vientiane Times ສະບັບອອກໃນວັນທີ 8 ເມສາໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ “ນ້ຳໃຈສາມັກຄີແບບພິເສດລະຫວ່າງ ສອງປະເທດ ລາວ - ຫວຽດນາມ”.

ບົດຂຽນມີຕອນຊີ້ແຈ້ງວ່າ ປະຊາຊົນ ລາວ ແລະ ຫວຽດນາມ ມີມູນເຊື້ອສາມັກຄີ, ຜູກພັນກັນມາແຕ່ດົນນານ ແລະ ມູນເຊື້ອນີ້ໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ ໃນຕະຫຼອດໄລຍະຜ່ານມາ. ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງຊາດລາວ - ຫວຽດນາມ ບໍ່ແມ່ນວ່າຫາກໍ່ເລີ່ມແຕ່ເວລາສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 5 ກັນຍາ ປີ 1962 ຫາກຍັງໄດ້ມີມາແຕ່ຕອນ 2 ຊາດຮ່ວມແຮງຮ່ວມໃຈກັນປະຕິບັດຫຼາຍເຫດການສຳຄັນ ເພື່ອພ້ອມກັນປົດປ່ອຍທັງ 2 ຊາດ ໃຫ້ຫຼຸດພົ້ນອອກຈາກແອກປົກຄອງຂອງສັດຕູພາຍນອກ ກໍ່ຄືໃນຕະຫຼອດໄລຍະປະຫວັດສາດຂອງສອງຊາດ. ໜັງສືພິມ Vientiane Times ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງປະຊາຊົນລາວ ແລະ ຫວຽດນາມ ນັບມື້ນັບໄດ້ຮັບການຍົກລະດັບກາຍເປັນນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ. ພື້ນຖານຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອໃນປັດຈຸບັນ ແລະ ການພົວພັນຄູ່ຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດລະຫວ່າງ ສອງປະເທດ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ສ້າງພື້ນຖານ ແລະ ການນຳຫຼາຍລຸ້ນຄົນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງມາໂດນຕະຫຼອດ.

(ແຫຼ່ງຄັດຈາກ VOV)

top