ຂ່າວສານ

ສື່ມວນ​ຊົນ​ລາວ ໃຫ້​ຂ່າວ​ຢ່າງຫຼວງຫຼາຍ​ກ່ຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ ລາວ​ ຂອງ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ

ສື່ມວນຊົນ ລາວ ສະບັບອອກວັນທີ 11 ແລະ 12 ເມສາ ໄດ້ໃຫ້ຂ່າວ ແລະ ບົດ ພ້ອມກັບຮູບພາບເປັນຈຳນວນຫຼາຍກ່ຽວກັບການເຄື່ອນໄຫວ ກໍຄືໝາກຜົນການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃນລະຫວ່າງວັນທີ 10 – 11 ເມສາ.
  ບັນຍາກາດຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ (ພາບ: TTXVN)  

ວັນທີ 11 ເມສາ, ໜັງສືພິມ ປະຊາຊົນ - ສຽງຂອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ລົງເປັນບົດຂຽນ: “ຫວຽດນາມ - ລາວ ສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ”. ບົດຂຽນ ໄດ້ທົບທວນຄືນບັນດາໝາກຜົນຮ່ວມມື ເຊິ່ງສອງຝ່າຍບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງໃຫ້ຮູ້ວ່າ ການນຳສອງປະເທດ ໄດ້ເນັ້ນໜັກວ່າ ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ພວມຢູ່ໃນໄລຍະດີງາມທີ່ສຸດ ແລະ ຢືນຢັນວ່າ ຈະພ້ອມກັນຖະໜຸຖະໜອມ, ສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດນີ້ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ໃນໜ້າທຳອິດຂອງໜັງສືພິມ ປະເທດລາວ ສຽງຂອງ ສຳນັກຂ່າວສານ ລາວ ສະບັບອອກວັນທີ 12 ເມສາ ໄດ້ລົງພິມບົດຂຽນ: “ຊົມເຊີຍຜົນງານການຮ່ວມມືຮອບດ້ານ ລາວ - ຫວຽດນາມ”, ແລະ ຢັ້ງຢືນ ການຢ້ຽມຢາມປະເທດ ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສະແດງໃຫ້ເຫັນນະໂຍບາຍຖືການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ເປັນສຳຄັນຂອງພັກ, ລັດ ຫວຽດນາມ.

ໜັງສືພິມ Vientiane Times ສະບັບວັນທີ 12 ເມສາ ກໍໄດ້ລົງພິມບົດຂຽນໃນໜ້າທຳອິດ ໂດຍໄດ້ເຕື້ອງເຖິງເລື່ອງ ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບການນຳຫຼັກແຫຼ່ງຂອງລາວ ໃນການຢ້ຽມຢາມຄັ້ງນີ້, ດ້ວຍໝາກຜົນແມ່ນ ທັງສອງຝ່າຍຕ່າງກໍເຫັນດີເປັນເອກະພາບ ຈະເຮັດໃຫ້ການພົວພັນແບບພິເສດ ລາວ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.


top