ຂ່າວສານ

ສື່ມວນ​ຊົນ​ລາວ ຕີ​ລາ​ຄາ​ສູງ ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ຂອງ ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ

ໃນວັນທີ 27 ກໍລະກົດ, ບັນດາໜັງສືພິມໃຫຍ່ຂອງ ລາວຄື: ປະຊາຊົນ, ປະເທດລາວ ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບ ສຳພັນສູ້ຮົບ ລາວ ຫວຽດນາມ, ກໍ່ຄືຕີລາຄາສູງ ບັນດາຄຸນງາມຄວາມດີຂອງ ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍລາວ.
ປະຊາຊົນ, ປະເທດລາວ ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບ ສຳພັນສູ້ຮົບ ລາວ ຫວຽດນາມ

ໃນສະ­ໄໝສົງ­ຄາມ, ກອງ­ທັບ ແລະ ປະ­ຊາ­ຊົນ ລາວ- ຫວຽດ­ນາມ ຍາມໃດກໍຢືນຢູ່ຄຽງ ບ່າຄຽງໄຫຼ່ກັນ, ຮ່ວມທຸກຮ່ວມສຸກ, ແບ່ງເບົາຄວາມ­ທຸກຄວາມຍາກນໍາກັນ ດ້ວຍຄໍາຂວັນ; “ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍແບ່ງ­ປັນກັນກິນ” ໃນການຕໍ່­ສູ້ຕ້ານສັດ­ຕູໂຕດຽວ; ຮ່ວມສໍາພັນການຕໍ່­ສູ້ລາວ - ຫວຽດ­ນາມ ແມ່ນສັນ­ຍາລັກແຫ່ງເຈດຈຳ­ນົງ ແລະ ຄວາມຕັດ­ສິນໃຈໃນການຕໍ່­ສູ້ເພື່ອເອ­ກະ­ລາດ, ເສ­ລີ­ພາບ, ສັນ­ຕິ­ພາບ ແລະ ຄວາມຍຸ­ຕິທຳ. ກອງ­ທັບ ແລະ ປະ­ຊາ­ຊົນຂອງສອງປະ­ເທດ ໄດ້ເສີມຂະ­ຫຍາຍກຳ­ລັງແຮງອັນຍິ່ງໃຫຍ່ ແລະ ນໍ້າໃຈສາ­ມັກ­ຄີສະ­ໜິດແໜ້ນ ເພື່ອຍາດເອົາໄຊ­ຊະ­ນະຢ່າງຕໍ່ເນື່ອງໃນການຕໍ່­ສູ້ຕ້ານສັດ­ຕູໂຕດຽວກັນ, ຍາດເອົາເອ­ກະ ­ລາດ ແລະ ເອ­ກະພາບໃນແຕ່ລະປະ­ເທດ; ທະ­ຫານອາ­ສາສະ ­ໝັກຫວຽດ­ນາມ ຈຳ­ນວນຫຼາຍ ໄດ້ເສຍ­ສະ­ຫຼະຢ່າງກ້າ­ຫານຢູ່ລາວ ໃນການຕໍ່­ສູ້ກັບຄວາມບໍ່ເປັນທຳ ເພື່ອນຳເອົາຊີ­ວິດທີ່ສະ­ຫງົບສຸກ ແລະ ເສ­ລີພາບ ມາ­ສູ່ປະ­ຊາ­ຊົນຂອງສອງປະ ­ເທດລາວ - ຫວຽດ­ນາມ.

ສ່ວນໜັງສືພິມ ປະເທດລາວ ຂອງ  ສຳນັກຂ່າວສານ ລາວ KPL, ມີບົດຂຽນ “ສຳພັນສູ້ຮົບ ລາວ ຫວຽດນາມ ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່”, ໃນນັ້ນມີເນັ້ນໜັກເຖິງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ມີການປະກອບສ່ວນອັນຍິ່ງໃຫຍ່, ປະຕິບັດສຳເລັດໜ້າທີ່, ພ້ອມກັບ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ ເອົາຊະນະໃນສົງຄາມຕ້ານພວກລ່າເມືອງຂຶ້ນ ຝລັ່ງແບບເກົ່າ ແລະ ຈັດກະພັດ ອາເມລິກາ. ບົດຂຽນກໍ່ເນັ້ນໜັກວ່າ ພັກ, ລັດ ລາວ ໄດ້ຮັບຮູ້ບັນດາຄຸນງາມຄວາມດີອັນຍິ່ງໃຫຍ່ຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ, ບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງ ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການກໍ່ສ້າງ, ເພີ່ມພູນຄູນສ້າງ ແລະ ປັບປຸງຢ່າງແໝັ້ນແກ່ນການພົວພັນອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ລະຫວ່າງສອງປະເທດ ແລະ ສອງກອງທັບ ລາວ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top