ການພົບປະເຈລະຈາ, ພົບປະແລກປ່ຽນຄຳເຫັນ, ການນຳຈີນ ໄດ້ຢືນຢັນຄືນ ແລະ ຖື ຫວຽດນາມ ແມ່ນ “ທິດບຸລິມະສິດໃນການພົວພັນທາງການທູດບ້ານໃກ້ເຮືອນຄຽງ” ແລະ ເນັ້ນຫນັກວ່າ ຄວນ “ກຳແຫນ້ນທິດທາງກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ.
ໜັງສືພິມ ຈີນ ລົງຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຢູ່ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ
ໃນຊຸມມື້ຜ່ານມາ, ການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມຈີນ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ກາຍເປັນຈຸດສຸມຂອງສື່ມວນຊົນຈີນ. ຂ່າວກ່ຽວກັບການພົບປະເຈລະຈາຂັ້ນສູງລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ, ທ່ານປະທານປະເທດ ສີຈິ້ນຜິງ ພ້ອມກັບການພົບປະສຳຄັນກັບບັນດາການນຳອື່ນຂອງຈີນ ລ້ວນແຕ່ໄດ້ເອົາລົງໃນຫນ້າທຳອິດຂອງ ຫນັງສືພິມ People’s Daily (ປະຊາຊົນລາຍວັນ) ອົງການກະບອກສຽງຂອງພັກກອມມູນິດ ຈີນ ສະບັບອອກໃນວັນທີ 20 ສິງຫາ.
ບັນດາສຳນັກຂ່າວສານຈີນ ເນັ້ນຫນັກວ່າ: ທີ່ການພົບປະເຈລະຈາ, ພົບປະແລກປ່ຽນຄຳເຫັນ, ການນຳຈີນ ໄດ້ຢືນຢັນຄືນ ແລະ ຖື ຫວຽດນາມ ແມ່ນ “ທິດບຸລິມະສິດໃນການພົວພັນທາງການທູດບ້ານໃກ້ເຮືອນຄຽງ” ແລະ ເນັ້ນຫນັກວ່າ ຄວນ “ກຳແຫນ້ນທິດທາງກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ, ປັບປຸງຢ່າງໝັ້ນແກ່ນການພັດທະນາ “ 6 ກວ່າອີກ”ຄື: ໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ; ຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ແທດຈິງກວ່າ; ຮ່ວມມືຢ່າງແທດຈິງ ແລະເລິກເຊິ່ງກວ່າ; ພື້ນຖານສັງຄົມຫນັກແຫນ້ນກວ່າ; ສົມທົບຫລາຍຝ່າຍໃຫ້ແຫນ້ນແຟ້ນກວ່າ; ຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມ, ແກ້ໄຂໃຫ້ດີກວ່າ”.