ພິທີມອບລາງວັນສື່ມວນຊົນທົ່ວປະເທດ, ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ປະກົດການຫຍໍ້ທໍ້ຄັ້ງທີ V ປີ 2024 – 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 30 ຕຸລາ ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
ທີ່ພິທີ, ຄະນະຈັດຕັ້ງໄດ້ມອບ ລາງວັນ A 4 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 12 ລາງວັນ, ລາງວັນຊົມເຊີຍ 18 ລາງວັນໃຫ້ແກ່ບັນດາຜູ້ຂຽນ, ກຸ່ມຜູ້ຂຽນ. ຕາມການຕີລາຄາຂອງຄະນະຈັດຕັ້ງແລ້ວ, ບັນດາຜົນງານທີ່ໄດ້ຮັບລາງວັນໄດ້ສຸມໃສ່ສ່ອງແສງ, ກ່າວປະນາມ, ຕໍ່ສູ້, ແກ້ໄຂການກະທຳສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້ໃນສັງຄົມ… ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍຕໍ່44 ຜູ້ຂຽນ, ກຸ່ມຜູ້ຂຽນ ທີ່ມີຜົນງານດີເດັ່ນໄດ້ຮັບການຍ້ອງຍໍສັນລະເສີນໃນພິທີມອບລາງວັນ, ພ້ອມທັງສະເໜີວ່າ:
ເສີມຂະຫຍາຍ ບົດບາດຫຼັກແຫຼ່ງຂອງສື່ມວນຊົນ ຢ່າງແຮງ, ສ້າງຖັນແຖວບັນດາຜູ້ເຮັດວຽກງານການຂ່າວ ຢ່າງໝັ້ນແກ່ນ, ບໍ່ຖອຍຫຼັງເມື່ອປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີສະຕິຕໍ່ຄວາມຈອບອອຍ, ຢຶດໝັ້ນຕໍ່ຄຸນທາດການເມືອງ, ມີຄວາມສຸດຈິດສຸດໃຈ, ມີຄວາມແຫຼມຄົມດ້ານວິຊາການ; ຕ້ອງດຳເນີນອາຊີບຢ່າງມີມະນຸດສະທຳ, ເດັດດ່ຽວ, ກ້າຫານໃນການຕໍ່ສູ້, ປະຈັນບານ, ເປັນແບບຢ່າງທີ່ດີ, ນຳໜ້າ, ຕໍ່ສູ້ກັບການສໍ້ລາດບັງຫຼວງ, ຟູມເຟືອຍ, ປະກົດການຫຍໍ້ທໍ້ດ້ວຍຈິດໃຈ ເຫຼັກໃນປາກກາ - ໄຟໃນຫົວໃຈຢ່າງເດັດຂາດ.