ຂ່າວສານ

ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ຕອນເຊົ້າວັນທີ 16 ພຶດສະພາ, ໃນໜ້າທໍາອິດຂອງບັນດາໜັງສືພິມໃຫຍ່, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ ລາວ ໄດ້ລົງຂ່າວຢ່າງຕໍ່ເນື່ອງ ກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍຄືເຫດການທີ່ກ່ຽວຂ້ອງ.

ຕອນເຊົ້າວັນທີ 16 ພຶດສະພາ, ໃນໜ້າທໍາອິດຂອງບັນດາໜັງສືພິມໃຫຍ່, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ ລາວ ໄດ້ລົງຂ່າວຢ່າງຕໍ່ເນື່ອງ ກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍຄືເຫດການທີ່ກ່ຽວຂ້ອງ.

    ພາບ: TTXVN

ໜັງສືພິມ ປະຊາຊົນ, ກອງທັບປະຊາຊົນ, ໜັງສືພິມປ້ອງກັນຄວາມສະຫງົບ ລ້ວນແຕ່ລົງຂ່າວກ່ຽວກັບການເຄື່ອນໄຫວເຂົ້າຮ່ວມພິທີເປີດໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ ຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ  ລາວ ໄຊສົມພອນ ພົມວິຫານ ຢູ່ນະຄອນຫຼວງ ວຽງຈັນ ໃນໜ້າທໍາອິດ.

        ໃນວັນດຽວກັນ, ໜັງສືພິມ VientianeTimes ສະບັບພາສາອັງກິດທີ່ໂດ່ງດັງທີ່ສຸດຂອງ ລາວ, ໜັງສືພິມລາຍວັນ ປະເທດລາວ, ໜັງສືພິມກອງທັບປະຊາຊົນລາວ ໄດ້ລົງບົດສຳພາດທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃນໜ້າທຳອິດ ທີ່ເວົ້າກ່ຽວກັບການເຄື່ອນໄຫວທີ່ມີຄວາມໝາຍຂອງສອງປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຮອບດ້ານ ລາວ - ຫວຽດນາມ ຄົບຮອບ 45 ປີ. ນອກຈາກນັ້ນ, ຍັງມີບົດຂຽນອື່ນໆ ໄດ້ລົງໃນໜັງສືພິມ ປະຊາຊົນ ເຊິ່ງໄດ້ວິເຄາະກ່ຽວກັບການຮ່ວມມືລະຫວ່າງ ລາວ ແລະ ຫວຽດນາມ ໃນປາງສົງຄາມຕໍ່ສູ້ປົດປ່ອຍຊາດ.

(ແຫຼ່ງຄັດຈາກ VOV)


top