ຂ່າວສານ

ສື່ມວນຊົນໂລກອະທິບາຍສາຍເຫດທີ່ເສດຖະກິດຫວຽດນາມເຕີບໂຕທາງບວກ

   
  (ພາບປະກອບ)
      ສື່ອອນລາຍ asiatimes.com ຫາກໍ່ມີບົດຂຽນຢືນຢັນວ່າ ຫວຽດນາມ ແມ່ນໜື່ງໃນຈຳນວນໜ້ອຍປະເທດໃນໂລກ ໄດ້ຮັບຮູ້ມີລະດັບການເຕີບໂຕເສດຖະກິດທາງບວກໃນປີ 2020 ໂດຍບໍ່ຫົວຊາຕໍ່ການຊຸດໂຊມດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນໃນທົ່ວໂລກ ຍ້ອນໂລກລະບາດໂຄວິດ 19, ພ້ອມທັງໄດ້ຊີ້ໃຫ້ເຫັນບັນດາປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດດັ່ງກ່າວຂອງຫວຽດນາມ.
   ບົດຂຽນໄດ້ຕີລາຄາວ່າ ຜົນສຳເລັດຂອງຫວຽດນາມ ແມ່ນໜ້າແປກປະຫຼາດໃຈ ຍ້ອນວ່າ ຍາມໃດລັດຖະບານກໍ່ຢືນຢັນວ່າ ບໍ່ໄດ້ຍົກບັນຫາຟື້ນຟູເສດຖະກິດ ເໜືອກ່ວາສຸຂະພາບຂອງປະຊາຊົນ. ຄວາມສາມາດຟື້ນຟູຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືໂລກ. ບົດຂຽນໄດ້ຄັດສະເໜີບົດລາຍງານຫຼ້າສຸດຂອງກອງທຶນເງິນຕາສາກົນ (IMF)  ຊື່ງຄາດວ່າ GDP ຂອງຫວຽດນາມ ໃນປີ 2020 ຈະເພີ່ມຂຶ້ນ 2,4% ແລະ ຈະສືບຕໍ່ຟື້ນຟູຢ່າງແຮງໃນປີ 2021 ດ້ວຍລະດັບການເຕີບໂຕແມ່ນ 6,5%.
 (ແຫຼ່ງຄັດຈາກ VOV)

top