ຂ່າວສານ

ສື່ມວນຊົນເອີລົບເອົາໃຈໃສ່ເຖິງກອງປະຊຸມສຸດຍອດອາຊຽນຄັ້ງທີ 36

ບັນດາສຳນັກຂ່າວສານຢູ່ເຢຍລະມັນ ແລະ ສະວິດ ໄດ້ສະແດງຄວາມສົນໃຈເຖິງເລື່ອງ ອາຊຽນ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ທາງອອນລາຍ, ພາຍໃຕ້ການເປັນປະທານຂອງຫວຽດນາມ.


ຈຸດສຸມຂອງກອງປະຊຸມແມ່ນຊອກຫາບບັນດາມາດຕະການເພື່ອແນໃສ່ຟື້ນຟູພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

(ພາບປະກອບ: TTXVN)


ວັນທີ 26 ມິຖຸນາ, ໜັງສືພິມ Junge Welt ຂອງເຢຍລະມັນ ໃຫ້ຮູ້ວ່າ, ຈຸດສຸມຂອງກອງປະຊຸມແມ່ນຊອກຫາບບັນດາມາດຕະການເພື່ອແນໃສ່ຟື້ນຟູພື້ນຖານເສດຖະກິດພາຍຫຼັງໂລກລະບາດໂຄວິດ-19, ກໍ່ຄືບັນຫາເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມື.ອາຊຽນ ໃຫ້ຄຳໝັ້ນສັນຍາຢ່າງແຮງກວ່າສຳລັບການຫັນເປັນເສລີ ແລະ ການເຊື່ອມຕໍ່ທາງດ້ານເສດຖະກິດ, ສູ້ຊົນສ້າງສັນຍາຄູ່ຮ່ວມມືເສດຖະກີດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ. ໜັງສືພິມນີ້ກໍ່ໃຫ້ຂໍ້ສັງເກດວ່າ, ເລື່ອງອາຊຽນ ພ້ອມກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ສາມາດລົງນາມສັນຍາ RCEP ໃນທ້າຍປີ 2020, ຈະປະກອບສ່ວນຊ່ວຍໃຫ້ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂດຍໄວ.

ສ່ວນເວັບໄຊ Salzburger Nachrichten ຂອງສະວິດ, ກ່ອນໜ້ານັ້ນໄດ້ລົງຂ່າວກ່ຽວກັບເລື່ອງຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36. ບົດຂຽນໄດ້ຄັດສະເໜີ 3 ເນື້ອໃນຈຸດສຸມຂອງກອງປະຊຸມ ລວມມີ: ການຮັບມືກັບໂລກລະບາດໂຄວິດ- 19, ຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ຍົກສູງບັນດາສິດໃຫ້ແກ່ແມ່ຍິງ.

 (ແຫຼ່ງຄັດຈາກ VOV)


top