ຂ່າວສານ

ສື່ມວນຊົນອົດສະຕາລີ ຕີລາຄາ ຫວຽດນາມສືບຕໍ່ແມ່ນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ

      ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກປະຈຸບັນ ຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ, AFR ໃຫ້ຂໍ້ສັງເກດວ່າ, ເລື່ອງ ຫວຽດນາມ ກາຍເປັນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ ອາດຈະບໍ່ມີການປ່ຽນແປງ. 
ກຳມະກອນຜະລິດເຄື່ອງອາໄລ່ ເອເລັກໂຕນິກຢູ່ ບໍລິສັດ ເອເລັກໂຕນິກ Canon ຈຳກັດ. (ພາບປະກອບ:TTXVN)
      ຫນັງສືພິມເສດຖະກິດລາຍວັນແຖວຫນ້າຂອງອົດສະຕາລີ The Australia Financial Review (AFR) ຖືວ່າ: ຫວຽດນາມ ຈະຟື້ນຕົວພາຍຫລັງຄວບຄຸມໂລກລະບາດໂຄວິດ - 19 ແລະ ສືບຕໍ່ແມ່ນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ. ໄລຍະຜ່ານມາ ຫລາຍແຂວງ, ນະຄອນ ຢູ່ ຫວຽດນາມ ຕ້ອງນຳໃຊ້ບັນດາມາດຕະການແຍກຫ່າງສັງຄົມຢ່າງເຄັ່ງຄັດເພື່ອຕ້ານໂລກລະບາດ ແຕ່ມີໂຮງງານຫລາຍແຫ່ງ ຍັງຄົງເປີດປະຕູເຄື່ອນໄຫວຕາມຮູບການ ກຳມະກອນ ແລະ ພາລະກອນ ເຮັດວຽກ, ກິນຢູ່ ໃນໂຮງງານ.
      ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກປະຈຸບັນ ຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ, AFR ໃຫ້ຂໍ້ສັງເກດວ່າ, ເລື່ອງ ຫວຽດນາມ ກາຍເປັນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ ອາດຈະບໍ່ມີການປ່ຽນແປງ. ນັບທັງເມື່ອການຄາດຄະເນການເຕີບໂຕຖືກຫລຸດລົງ, ບັນດານັກເສດຖະກິດ ຍັງມີຄວາມເຊື່ອມໝັ້ນວ່າ ຫວຽດນາມ ຈະຟື້ນຕົວຄືນໃຫມ່.
(ແຫຼ່ງຄັດຈາກ VOV)


top