ຄົບເຈັບທີ 91 ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນ ແລະ ແພດໝໍຫວຽດນາມ.

ນັກບິນຊາວອັງກິດ Stephen Cameron (ຄົນເຈັບທີ 91)
(ພາບ: TTXVN)
ພາຍຫຼັງຖ້ຽວບິນຂອງບໍລິສັດການບິນ Vietnam Airlines ສົ່ງນັກບິນຊາວອັງກິດ Stephen Cameron (ຄົນເຈັບທີ 91) ລົງຈອດຢູ່ສະໜາມບິນ Heathrow ຢູ່ລອນດອນ, ປະເທດອັງກິດ ໃນວັນທີ 12 ກໍລະກົດ. ໃນວັນດຽວກັນ, ສື່ມວນຊົນອັງກິດ ໄດ້ລົງຫຼາຍຂ່າວ ແລະ ບົດກ່ຽວກັບເຫດການນີ້.
ສື່ມວນຊົນ BBC ໄດ້ສະໜອງຂໍ້ມູນລະອຽດກ່ຽວກັບບັນດາບາດກ້າວຄວາມຄືບໜ້າຂອງຄົນເຈັບນີ້ໃນຕະຫຼອດໄລຍະເວລາປິ່ນປົວ. ຄົບເຈັບທີ 91 ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນ ແລະ ແພດໝໍຫວຽດນາມ ເມື່ອຖືວ່າ “ຖ້າຫາກວ່າຂ້າພະເຈົ້າຢູ່ແຫ່ງອື່ນໃນໂລກ ຂ້າພະເຈົ້າຄົງຈະເສຍຊີວິດແລ້ວ”, ພ້ອມທັງຍ້ອງຍໍຄວາມຕັດສິນໃຈສູງຂອງບັນດາແພດໝໍຫວຽດນາມ.
ສ່ວນຊ່ອງໂທລະພາບ Sky New ກໍ່ໃຫ້ຂ່າວກ່ຽວກັບເຫດການຄົນເຈັບທີ 91 ກັບເມືອງອັງກິດ ແລະ ໃຫ້ຮູ້ຕື່ມອີກວ່າ, ໃນໄລຍະເກືອບ 3 ເດືອນຜ່ານມາ ຫວຽດນາມ ບໍ່ກວດພົບກໍ່ລະນີຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນ.
ນອກຈາກສື່ມວນຊົນອັງກິດ ແລ້ວ, ຍັງມີບັນດາກຸ່ມບໍລິສັດສື່ມວນຊົນ ແລະ ສຳນັກຂ່າວສານໃຫຍ່ຢູ່ອາເມລິກາ ຄື: Washington Post, USA Today, AP ລ້ວນແຕ່ໄດ້ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບເຫດການດັ່ງກ່າວ.
(ແຫຼ່ງຄັດຈາກ VOV)