ຂ່າວສານ

ສື່ມວນຊົນສາກົນໄຈ້ແຍກ, ຕີລາຄາຄວາມສຳເລັດຂອງ ຫວຽດນາມ ໃນການສະກັດກັ້ນ ໂຄວິດ-19

ບັນດາມາດຕະການຂອງ ຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ສືບຕໍ່ໄດ້ຮັບການຕີລາຄາວ່າ ແມ່ນວ່ອງໄວ, ຂ້ຽວຂາດຈາກຫາງສຽງສາກົນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຂອງທົ່ວປວງຊົນ.

ວັນທີ 08 ເມສາ, ເວັບໄຊ workers.org ຂອງພັກກຳມະກອນໂລກ (WWP) ຂອງ ອາເມລິກາ ໄດ້ລົງ ບົດຂຽນທີ່ ວ່າ: ໂລກລະບາດ ໂຄວິດ-19 ໄດ້ເລີ່ມສະແດງໃຫ້ເຫັນຄວາມແຕກຕ່າງກັນຢ່າງຈະແຈ້ງ ໃນການໂຕ້ຕອບຢ່າງຮີບດ່ວນ ຂອງບັນດາປະເທດໃນທົ່ວໂລກ. ເຖິງວ່າບໍ່ມີແຫຼ່ງກຳລັງໃຫຍ່ກໍ່ຕາມ, ແຕ່ ຫວຽດນາມ ກໍ່ສາມາດຮັບມືກັບ ພະຍາດໂຄວິດ-19 ໄດ້ເປັນຢ່າງດີ.

ພາບປະກອບ /TTXVN

ໃນຂະນະນັ້ນ, ເວັບໄຊ Project Syndicate, ມີສຳນັກງານຕັ້ງຢູ່ ສ.ເຊັກໂກ ໄດ້ເຕົ້າໂຮມເອົາບັນດາບົດໄຈ້ແຍກຂອງນັກຮຽນຮູ້, ນັກຊ່ຽວຊານທີ່ມີອິດທິພົນຊື່ສຽງໃນໂລກ, ວັນທີ 08 ເມສາ, ໄດ້ສະເໜີບົດຂຽນທີ່ ວ່າ: ຄວາມສຳເລັດຂອງ ຫວຽດນາມ ໃນການຕໍ່ສູ້ກັບ ໂຄວິດ-19 ແມ່ນການສະໜອງ “ຮູບການ” ເພື່ອໃຫ້ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນອື່ນ ສາມາດປະຕິບັດຕາມ. ບົດຂຽນໄດ້ເນັ້ນໜັກເຖິງສິ່ງທີ່ເປັນໜ້າສົນໃຈທີ່ສຸດ ແມ່ນ ຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງປະຢັດ ແຕ່ໄດ້ພິສູດໃຫ້ເຫັນວ່າມັນມີປະສິດທິຜົນຫຼາຍ. ເຖິງວ່າ ໄດ້ມີ ການຄາດຄະເນໄວ້ວ່າ ມີຄວາມສ່ຽງຕິດແປດຢ່າງສູງ ຍ້ອນມີຊາຍແດນຕິດກັບ ຈີນ ແລະ ມີປະລິມານການແລກປ່ຽນການຄ້າ 2 ຝ່າຍຢູ່ໃນລະດັບສູງ, ແຕ່ ຫວຽດນາມ ມີຈຳນວນຜູ້ຕິດໄວຣັດ SARS-CoV-2 ຕ່ຳກ່ວາຫລາຍປະເທດທີ່ແຂງແກ່ນໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

top