ຂ່າວສານ

ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ພິທີເປີດ SEA Games 31

ພິທີເປີດ SEA Games 31 ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ເພື່ອນມິດ ແລະ ສື່ມວນຊົນສາກົນ. ສຳນັກຂ່າວສານ AFP ຂອງຝລັ່ງ ໄດ້ລົງຂ່າວວ່າ: ປະເທດເຈົ້າພາບ ຫວຽດນາມ ໄດ້ສ້າງລາຍການສະແດງທີ່ໂດດເດັ່ນ ດ້ວຍ ແສງສີ, ການເຕັ້ນ ແລະ ດົນຕີຢູ່ພິທີເປີດ SEA Games 31.
  ພິທີເປີດ SEA Games 31 (ພາບ: AFP)  

 ໜັງສືພິມ Jarkatar Post ຂອງ ອິນໂດເນເຊຍ ໃຫ້ຂ່າວທີ່ມີຫົວຂໍ້ວ່າ: “ພິທີເປີດ SEA Games 31 ໄດ້ສະແດງໃຫ້ເຫັນສີສັນ ຫວຽດນາມ”. ໜັງສືພິມ The Star ຂອງ ມາເລເຊຍ ຂຽນວ່າ: “ພິທີເປີດ SEA Games 31 ໄດ້ເນັ້ນໜັກເຖິງ ຄວາມສາມັກຄີຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ເສັ້ນທາງພ້ອມກັນພັດທະນາໃນເວລາຜ່ານມາ”. ໜັງສືພິມ The Strait Times ຂອງ ສິງກະໂປ ໄດ້ແບ່ງປັນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ເມື່ອນີ້ແມ່ນງານມະຫາກຳກິລາ SEA Games ຄັ້ງທຳອິດທີ່ໄດ້ຈັດຂຶ້ນພາຍຫຼັງເກີດລະບາດໂຄວິດ - 19.

ສ່ວນໜັງສືພິມ Sian Sport ຂອງ ໄທຂຽນວ່າ: ຫວຽດນາມ ໄດ້ເປີດສາກ SEA Games ໄດ້ຢ່າງປະທັບໃຈທີ່ສຸດ. ປະເທດເຈົ້າພາບ ຫວຽດນາມ ກໍ່ລະດົມນັກສິລະປິນ ປະມານ 1000 ຄົນເຂົ້າຮ່ວມການສະແດງໃນພິທີເປີດ ເຊິ່ງສະແດງໃຫ້ເຫັນວັດທະນະທຳ ແລະ ມູນເຊື້ອຂອງປະເທດຊາດ.


top