ຂ່າວສານ

ສື່ມວນຊົນສາກົນ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ເລືອກຕັ້ງຄະນະການນຳຊຸດໃໝ່

      ດ້ວຍຜົນການປ່ອນບັດຂອງ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັ້ນຕໍ່ສູ້ຕ້ານຄືນການສໍ້ລາດບັງຫຼວງ ໃນອາຍຸການຈະມາເຖິງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: TTXVN)
      ວັນທີ 31 ມັງກອນ,   ຫຼາຍອົງການສື່ມວນຊົນສາກົນ ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ພ້ອມທັງໃຫ້ຂ່າວກ່ຽວກັບວາລະເລືອກຕັ້ງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ເປັນຕົ້ນແມ່ນ ສຳນັກຂ່າວສານ ຊີນຮວາ, Fance 24, Rappler, Channel News Asia (CNA), The Guardian, ສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ, ສຳນັກຂ່າວສານ Reuters ຂອງ ອັງກິດ. ໃນນັ້ນ, ສຳນັກຂ່າວສານ Reuters ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການປັບປຸງລະບຽບວິໄນຂອງພັກ ແລະ ນະໂຍບາຍເດັດດ່ຽວຕໍ່ສູ້ຕໍ່ຕ້ານການສໍ້ລາດບັງຫຼວງ. ໃນຂະນະນັ້ນ, ສຳນັກຂ່າວສານ AFP ຂອງ ຝລັ່ງ ໄດ້ຄັດສະເໜີຄຳປາໄສຂອງ ທ່ານສາດສະດາຈານ Carl Thayer ສັງກັດມະຫາວິທະຍາໄລ New South Wales ຂອງ ອົດສະຕາລີ ເຊິ່ງເປັນນັກຄົ້ນຄວ້າກ່ຽວກັບ ຫວຽດນາມ, ໂດຍຖືວ່າ ດ້ວຍຜົນການປ່ອນບັດຂອງ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັ້ນຕໍ່ສູ້ຕ້ານຄືນການສໍ້ລາດບັງຫຼວງ ໃນອາຍຸການຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 


top