ຂ່າວສານ

ສື່ມວນຊົນສາກົນ: ເສດຖະກິດຫວຽດນາມ ໝັ້ນຂົງເຂັ້ມແຂງໃນໄລຍະເກີດໂລກລະບາດໂຄວິດ-19

      ສື່ມວນຊົນສາກົນໃນຊຸມວັນນີ້ສືບຕໍ່ໄດ້ສ່ອງແສງບັນດາຜົນສຳເລັດທາງດ້ານເສດຖະກິດຂອງຫວຽດນາມ ໃນສະພາບການໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນໂລກລະບາດໂຄວິດ-19.
ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຮາກຖານຜະລິດດ້ວຍລາຍຈ່າຍຕ່ຳ
(ພາບປະກອບ: TTXVN)
      ໜັງສືພິມ Nikkei Asia Review (ຍີ່ປຸ່ນ), ເນັ້ນໜັກວ່າ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ຂົງເຂດຜະລິດຂອງຫວຽດນາມ ໄດ້ພິສຸດໃຫ້ເຫັນຄວາມສາມາດຟື້ນຟູຢ່າງວ່ອງໄວ ແລະ ໝັ້ນຄົງເຂັ້ມແຂງກວ່າຫຼາຍ. ເລື່ອງລົງນາມໃນສັນຍາການຄ້າເສລີສະບັບຕ່າງໆ, ພິເສດແມ່ນສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA), ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຈະນຳມາເຊິ່ງກາລະໂອກາດເຕີບໂຕທີ່ໃຫຍ່ຫຼວງໃຫ້ແກ່ຫວຽດນາມ.
        ໜັງສືພິມ Financial Express ຂອງອິນເດຍ ໄດ້ຄັດສະເໜີບົດລາຍງານຂອງ Economist Intelligence Unit, ໃນນັ້ນຢືນຢັນວ່າ ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຮາກຖານຜະລິດດ້ວຍລາຍຈ່າຍຕ່ຳໃນລະບົບສະໜອງຢູ່ອາຊີ, ລື່ນກາຍອິນເດຍ ແລະ ຊ້ຳບໍ່ໜຳລື່ນກາຍຈີນ ກ່ຽວກັບບັນດາດັດຊະນີ, ລວມທັງນະໂຍບາຍໃນຂົງເຂດ FDI, ການຄ້າຕ່າງປະເທດ ແລະ ຄວບຄຸມເງິນຕາຕ່າງປະເທດ.
        ໜັງສືພິມ The Star (ມາເລເຊຍ), ໄດ້ມີບົດຂຽນສ່ອງແສງເຫດການຫວຽດນາມ ລົງນາມໃນສັນຍາຫຼາຍສະບັບກັບບັນດາຄູ່ຮ່ວມມືເອີລົບ ແລະ ບັນດາສະມາຊິກ RECP ກ່ຽວກັບການສະໜອງເຂົ້າສານ.
        ສ່ວນໜັງສືພິມ The Jakarta Post (ອິນໂດເນເຊຍ) ໄດ້ຕີລາຄາສູງການຟື້ນຕົວຂອງການຄ້າເອເລກໂຕນິກຢູ່ຫວຽດນາມ ໃນໂລກລະບາດ. ຈຳນວນເງິນທີ່ຈ່າຍຜ່ານອິນເຕີແນັດໃນ 8 ເດືອນຂອງປີ 2020 ໄດ້ເພິ່ມຂຶ້ນທົບ 10 ເທົ່າເມື່ອທຽບໃສ່ປີ 2019.
(ແຫຼ່ງຄັດຈາກ VOV)


top