ຂ່າວສານ

ສື່ມວນຊົນສາກົນ ຕີລາຄາຜົນສຳເລັດຂອງ Vesak 2019

      ນີ້ແມ່ນຄັ້ງທີ 3 ທີ່ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ Vesak, ພາຍຫຼັງສອງຄັ້ງຈັດຕັ້ງຢ່າງ ສຳເລັດຜົນໃນ ປີ 2008 ແລະ 2014. 

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງກ່າວປາໄສທີ່ ວັນບຸນ Vesak 2019 (ພາບ: ເຢືອງຢາງ / TTXVN)
      ພາຍຫຼັງ ເຮັດວຽກມາເປັນ ເວລາ 3 ວັນ ດ້ວຍລາຍການປຶກສາຫາລື ຢ່າງຫຼວງຫຼາຍ, ວັນທີ 14 ພຶດສະພາ, ຢູ່ ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ (ເມືອງ ກິມບ໋າງ, ແຂວງ ຮ່ານາມ), ວັນບຸນວິສາຂະບູຊາສະຫະປະຊາຊາດ - Vesak 2019 ໄດ້ອັດລົງ. ເຫດການໄດ້ດຶງດູດ ຄວາມສົນໃຈຂອງສື່ມວນຊົນສາກົນ.
            ໜັງສືພິມ Buddhistdoor Global ຂອງ ຮົງກົງ (ຈີນ) ໄດ້ລົງຂ່າວວ່າ ວັນບຸນ Vesak ຄັ້ງທີ 16 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ. ຕາມຂ່າວດັ່ງກ່າວແລ້ວ, ນີ້ແມ່ນເວທີປາໄສເພື່ອໃຫ້ບັນດາຜູ້ຕາງໜ້າສາສະໜາປະເທດຕ່າງໆປຶກສາຫາລື ກ່ຽວກັບການນຳພາທີ່ມີສະຕິເພື່ອສັນຕິພາບທີ່ຍືນຍົງ, ວິທີການສຳຜັດ ຂອງພຸດທະສາສະໜາກ່ຽວກັບຄອບຄົວທີ່ມີຄວາມປອງດອງ, ການດູແລສຸຂະພາບ ແລະ ສັງຄົມຍືນຍົງ, ກ່ຽວກັບການສຶກສາຄຸນສົມບັດໃນທົ່ວໂລກ, ການປະຕິວັດອຸດສາຫະກຳ 4.0 ແລະ ການສຳຜັດຂອງ ພຸດທະສາສະໜາກ່ຽວກັບການຊົມໃຊ້ຢ່າງມີຄວາມຮັບຜິດຊອບ ແລະ ການພັດທະນາແບບຍືນຍົງ.
            ກໍ່ໃນວັນດຽວກັນ, ໜັງສືພິມ AsiaNewsNetwork ກໍ່ໄດ້ລົງຂ່າວດ້ວຍຫົວຂໍ້ການປະຕິວັດອຸດສາຫະກຳ 4.0, ຊຶ່ງໄດ້ຍົກໃຫ້ເຫັນໃນຂອບເຂດ Vesak 2019. ດ້ວຍຫົວຂໍ້ “ພຸດທະສາສະໜາມຸ່ງໄປສູ່ການປັບຕົວໃຫ້ແທດເໝາະກັບການປະຕິວັດ 4.0 ”, ຂ່າວດັ່ງກ່າວໄດ້ຄັດສະເໜີຄວາມຄິດເຫັນຂອງຜູ້ຕາງໜ້າສາສະໜາຂອງບັນດາປະເທດກ່ຽວກັບວິທີ ປັບຕົວໃຫ້ແທດເໝາະກັບການປະຕິວັດອຸດສາຫະກຳ 4.0 ຂອງພຸດທະສາສະໜາແລະ ການນຳໃຊ້ເຕັກໂນໂລຢີເພື່ອແນໃສ່ປົກປັກຮັກສາບັນດາຄຸນຄ່າຂອງ ພຸດທະສາສະໜາ.
            ນີ້ແມ່ນຄັ້ງທີ 3 ທີ່ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ Vesak, ພາຍຫຼັງສອງຄັ້ງຈັດຕັ້ງຢ່າງ ສຳເລັດຜົນໃນ ປີ 2008 ແລະ 2014.
 (ແຫຼ່ງຄັດຈາກ VOV)


top