ຂ່າວສານ

ສື່ມວນຊົນສາກົນ ຕີລາຄາບາດກ້າວສຳຄັນໃນໂຄງປະກອບການນຳ ຫວຽດນາມ

ວັນທີ 07 ເມສາ, ສື່ມວນຊົນພາກພື້ນ ແລະ ສາກົນໄດ້ມີຫຼາຍບົດຂຽນຕີລາຄາກ່ຽວກັບເຫດການສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ເລືອກຕັ້ງບັນດາຕຳແໜ່ງຫຼັກແຫຼ່ງຂອງລັດ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ (ພາບ​: Lâm Khánh/TTXVN)  

ວັນທີ 07 ເມສາໜັງສືພິມ ຊີນວາ (ຈີນ) ໄດ້ຄັດຄຳກ່າວປາໄສຮັບດຳລົງຕຳແໜ່ງຂອງ ທ່ານເລຂາທິການໃຫຍ່ປະທານປະເທດ ໂຕເລິມໃນນັ້ນຢຶນຢັນໜ້າທີ່ົ້ຕໍແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຊຸກຍູ້ການພັດທະນາປະເທດຊາດແບບຍືນຍົງົວແປງຊີວິດການເປັນຢູ່ຂອງປະຊາຊົນ. ການນຳ ຈີນ ໄດ້ສົ່ງໂທລະເລກອວຍພອນບັນດາການນຳ ຫວຽດນາມໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງ “ປະຊາຄົມແບ່ງປັນອະນາຄົດ” ລະຫວ່າງ ຈີນ ແລະ ຫວຽດນາມຢືນຢັນການພົວພັນ 2 ຝ່າຍໃນຊຸມປີມໍ່ໆມານີ້ຈະບັນລຸໄດ້ຫຼາຍບາດກ້າວພັດທະນາກະໂດດຂັ້ນ.

ສຳນັກຂ່າວສານ ລັດເຊຍ RIA Novosti ໃຫ້ຮູ້ວ່າ ທ່ານ Vladimir Putin, ປະທານາບໍດີສະຫະພັນ ລັດເຊຍ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານເລຂາທິການໃຫຍ່ ໂຕເລິມ ໃນໂອກາດໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ. ໃນໂທລະເລກທ່ານປະທານາທິບໍດີ ລັດເຊຍ ເຊື່ອໝັ້ນວ່າ ບົດບາດໃໝ່ຂອງທ່ານເລຂາທິການໃຫຍ່ປະທານປະເທດ ໂຕເລິມ ຈະປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ມົດສະກູ ແລະ ຮ່າໂນ້ຍ.

ໃນວັນດຽວກັນສື່ມວນຊົນ ສິງກະໂປ ກໍ່ພ້ອມກັນໃຫ້ຂ່າວເລື່ອງສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ຮັບດຳລົງຕຳແໜ່ງປະທານປະເທດ ໃນສົກ 5 ປີຈະມາເຖິງ. ໜັງສືພິມ “The Straits Times” ແລະ CNA (ສິງກະໂປ) ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງນີ້ໄດ້ສ້າງຂີດໝາຍເຫດການສຳຄັນໃນໂຄງປະກອບການນຳ ຫວຽດນາມ.


top