ຂ່າວສານ

ສື່ມວນຊົນສປປ.ເກົາຫຼີຖະແຫຼງຂ່າວກ່ຽວກັບກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ ຄັ້ງທີ 2

      ວັນທີ 08 ມີນາ, ໜັງສືພິມ Rodong Simun - ອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ, ເປັນຄັ້ງອິດໄດ້ເຕື້ອງເຖິງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ້ ຄັ້ງທີ 2 ຜ່ານມາ ເຊິ່ງສິ້ນສຸດລົງໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.

ສື່ມວນຊົນສປປ.ເກົາຫຼີຖະແຫຼງຂ່າວກ່ຽວກັບກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີ ຄັ້ງທີ 2
(ພາບ: AFP)
      ໃນບົດຂຽນ, ໜັງສືພິມຊີ້ແຈ້ງວ່າ “ຫາງສຽງຢູ່ພາຍໃນປະເທດ ແລະ ສາກົນ - ເຄີຍຕັ້ງຄວາມຫວັງກ່ຽວກັບຜົນສຳເລັດ ແລະ ບັນດາໝາກຜົນຕັ້ງໜ້າຂອງກອງປະຊຸມສຸດຍອດລະຫວ່າງສປປ.ເກົາຫຼີ - ອາເມລິກາ ຄັ້ງທີ 2 ຢູ່ຮ່າໂນ້ຍ ພວມຮູ້ສຶກວ່າເສຍດາຍ”, ຖືວ່າ ເລື່ອງກອງປະຊຸມບໍ່ບັນລຸໄດ້ຂໍ້ຕົກລົງແມ່ນຍ້ອນຝ່າຍອາເມລິກາ.
        ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ກໍ່ເຕື້ອງເຖິງໝາກຜົນຂອງກອງປະຊຸມສຸດຍອດລະຫວ່າງສປປ.ເກົາຫຼີ - ອາເມລິກາ ຄັ້ງທີ 2 ເຊິ່ງດຳເນີນໃນລະຫວ່າງວັນທີ 27 – 28 ກຸມພາ ຢູ່ຫວຽດນາມ ຜ່ານມາ.
        ກ່ອນໜ້ານັ້ນ, ພາຍຫຼັງສິ້ນສຸດກອງປະຊຸມ, ສື່ມວນຊົນສປປ.ເກົາຫຼີ ອອກຂ່າວວ່າ, ພຽງຢາງ ແລະ ວໍຊິງຕັນ ໄດ້ເຫັນດີນຳກັນສືບຕໍ່ມີບັນດາການປຶກສາຫາລືມີ “ລັກສະນະສ້າງສັນ” ກ່ຽວກັບເລື່ອງປອດນິວເຄຼຍ.
 (ແຫຼ່ງຄັດຈາກ VOV)


top