ຂ່າວສານ

ສື່ມວນຊົນລາວ ລົງຂ່າວເປັນຈຳນວນຫຼາຍ ກ່ຽວກັບການໜູນຊ່ວຍຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ສື່ມວນຊົນລາວ ໄດ້ລົງຂ່າວເປັນຈຳນວນຫຼາຍ ກ່ຽວກັບການໜູນຊ່ວຍຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ສິນຄ້າໜູນຊ່ວຍ ຂອງຫວຽດນາມ ສົ່ງໄປຍັງ ລາວ (ພາບ: TTXVN)
      ວັນທີ 6 ພຶດສະພາ, ໜັງສືພິມ Vientiane Times ໄດ້ລົງຂ່າວວ່າ ລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍບັນດານັກຊ່ຽວຊານ ແລະ ພະນັກງານການແພດ, ເງິນສົດ ກໍ່ຄືອຸປະກອນການແພດທີ່ມີມູນຄ່າ ນັບຕື້ກີບ ເພື່ອຊ່ວຍໃຫ້ ລາວ ສະກັດກັ້ນ ແລະ ຄວບຄຸມ ໂລກລະບາດໂຄວິດ - 19. ສິນຄ້າໜູນຊ່ວຍງວດຫຼ້າສຸດຂອງ ຫວຽດນາມ ຫາກໍໄດ້ສົ່ງໄປຍັງ ລາວ ໃນວັນທີ 4 ພຶດສະພາ ທີ່ຜ່ານມາ ໃນສະພາບການລາວ ພວມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19, ອັນໄດ້ເຮັດໃຫ້ວົງການເຈົ້າໜ້າທີ່ ຕ້ອງອອກຄຳສັ່ງ ປິດເມືອງ ໃນທົ່ວປະເທດ.
        ໜັງສືພິມ Vientiane Times ກໍ່ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດຕັ້ງໜ້າໜູນຊ່ວຍ ລາວ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ແລະ ໄດ້ໜູນຊ່ວຍລາວໃນບັ້ນຕໍ່ສູ້ນີ້ ຫຼາຍເທື່ອແລ້ວ… ໜັງສືພິມດັ່ງກ່າວກໍ່ໄດ້ຄັດສະເໜີຂໍ້ສັງເກດຂອງ ບັນດາເຈົ້າໜ້າທີ່ ລາວ ໂດຍໃຫ້ຮູ້ວ່າ ການໜູນຊ່ວຍຂອງ ຫວຽດນາມ ໄດ້ປະກອບສ່ວນຫຼາຍພໍສົມຄວນ ເຂົ້າໃນຄວາມມານະພະຍາຍາມ ສະກັດກັ້ນ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢູ່ປະເທດນີ້.
(ແຫຼ່ງຄັດຈາກ VOV)


top