ຂ່າວສານ

ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ

      ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ

ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ
(ພາບປະກອບ: KPL)
      ວັນທີ 25 ມິຖຸນາ, ບັນດາອົງການສື່ມວນຊົນລາວ ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ກອງປະຊຸມສະພາການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 ທາງອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ທີ່ບັນດາກອງປະຊຸມ.
        ຕາມສື່ມວນຊົນລາວ ແລ້ວ, ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ, ພິເສດແມ່ນບັນດາຄວາມມານະພະຍາຍາມ ແລະ ມາດຕະການເພື່ອຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ-19 ຜ່ານຂອບເຂດການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກ. ຕາມສື່ມວນຊົນລາວ ແລ້ວ, ກອງປະຊຸມກໍ່ຈະເປັນເອກະພາບຮັບຮອງເອົາເລື່ອງ ທ່ານ Robert Matheus Tene, ຊາວ ອິນໂດເນເຊຍ ດຳລົງຕຳແໜ່ງຮອງເລຂາທິການໃຫຍ່ອາຊຽນ, ຮັບຜິດຊອບບັນຫາການເມືອງ-ຄວາມໝັ້ນຄົງຂອງອາຊຽນ ອາຍຸການ 2021 – 2024.
 (ແຫຼ່ງຄັດຈາກ VOV)

top