ຂ່າວສານ

ສື່ມວນຊົນຕ່າງປະເທດ ໃຫ້ຂໍ້ສັງເກດກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການດຶງດູດແຫຼ່ງເງິນລົງທຶນ FDI

      ໃນການແຂ່ງຂັນກາຍເປັນ “ເສືອຂອງ ອາຊີ”, FDI ຂອງ ຫວຽດນາມ ບັນລຸລະດັບສະເລ່ຍກວ່າ 6% GDP. 

(ພາບປະກອບ: TTXVN) 
      ຫວ່າງມໍ່ໆມານີ້, ໃນເວັບໄຊ eurasiantimes.com ໄດ້ລົງບົດຂຽນຕີລາຄາກ່ຽວກັບຜົນສຳເລັດຂອງ ຫວຽດນາມ ໃນຄວາມມານະພະຍາຍາມດຶງດູດເງິນລົງທຶນຈາກຕ່າງປະເທດ. ຕາມບົດຂຽນດັ່ງກ່າວແລ້ວ, ຫວຽດນາມ ພົ້ນເດັ່ນຂຶ້ນເໝືອນດັ່ງສູນດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ (FDI). ໃນການແຂ່ງຂັນກາຍເປັນ “ເສືອຂອງ ອາຊີ”, FDI ຂອງ ຫວຽດນາມ ບັນລຸລະດັບສະເລ່ຍກວ່າ 6% GDP.  ນັກຍຸດທະສາດ Ruchir Sharma ຂອງ ທະນາຄານລົງທຶນນາໆຊາດ ອາເມລິກາ ແລະ ບໍລິສັດບໍລິການການເງິນ Morgan Stanley ຢັ້ງຢືນວ່າ ນີ້ແມ່ນອັດຕາສູງສຸດໃນຈຳນວນບັນດາປະເທດທີ່ຫາກໍພົ້ນເດັ່ນຂຶ້ນ.
        ອະທິບາຍໃຫ້ແກ່ຜົນສຳເລັດໃນການດຶງດູດເງິນລົງທຶນຕ່າງປະເທດ, ບົດຂຽນດັ່ງກ່າວ ຖືວ່າ ຍ້ອນບັນດານະໂຍບາຍລົງທຶນທີ່ອຳນວຍຄວາມສະດວກ, ບັນດາເຂດອຸດສາຫະກຳ, ມີແຫຼ່ງກຳລັງແຮງງານໜຸ່ມເປັນຈຳນວນຫຼວງຫຼາຍ (ກວມເອົາ 60% ຈຳນວນປະຊາກອນ) ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນ. ຫວຽດນາມ ດຶງດູດເງິນລົງທຶນຕ່າງປະເທດບັນລຸລະດັບສູງສະຖິ ຕິ 16,12 ຕື້ USD, ເພີ່ມຂຶ້ນ 81%. ນັບທັງໄລຍະທີ່ເກີດວິກິດການ ໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດຂອງຫວຽດນາມ ຍັງເຕີບໂຕເປັນປົກກະຕິ ຍ້ອນວ່າ ລັດຖະບານ ຫວຽດນາມ ໄດ້ຈັດວາງຫຼາຍມາດຕະການ ຍົກເວັ້ນພາສີ, ຫຼຸດຜ່ອນອັດຕາພາສີ ແລະ ຄ່ານຳໃຊ້ທີ່ດິນໃຫ້ແກ່ບັນດາວິສາຫະກິດ, ປັບປຸງກົດໝາຍວ່າດ້ວຍການລົງທຶນ ແລະ ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA).
(ແຫຼ່ງຄັດຈາກ VOV)


top