ຂ່າວສານ

ສື່ມວນຊົນກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ

       ໃນວັນທີ 16 ແລະ 17 ກໍລະກົດ, ສື່ເອເລັກໂຕນິກ Fresh News ແລະ ໜັງສືພິມລາຍວັນເອເລັກໂຕນິກ Rasmei Kampuchea ໄດ້ລົງແຈ້ງການທາງສື່ມວນຊົນຂອງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ, ໃຫ້ຂ່າວກ່ຽວກັບການຢ້ຽມຢາມກຳປູເຈຍຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ
      ແຈ້ງການໃຫ້ຮູ້ວ່າ ໂດຍຮັບຄຳເຊີນຈາກ : ພະບາດສົມເດັດພະບໍລົມມະນຽດ Norodom Sihamoni. ໃນລະຫວ່າງວັນທີ 20 – 22 ກໍລະກົດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຈະເດີນທາງໄປຢ້ຽມຢາມ ທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ. ຕາມແຜນການແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຈະພົບປະກັບ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni, ຢ້ຽມຢາມ ພະມານດາ Norodom  Monineat Sihanouk ; ເຂົ້າຢ້ຽມຄຳນັບພະພິກຂຸມະຫາ ເທບວົງ ແລະ ພະພິກຂຸມະຫາ ບຸກຣີ, ເຈລະຈາກັບປະທານສະພາສູງ ແລະ ປະທານສະພາແຫ່ງຊາດກຳປູເຈຍ, ພົບປະກັບນາຍົກລັດຖະມົນຕີ ຮຸນແຊນ…..
   ແຈ້ງການຍັງໃຫ້ຮູ້ວ່າ ປີ 2017 ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ. ຢ້ຽມຢາມ ທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຈະເພີ່ມທະວີການພົວພັນ 2 ຝ່າຍອັນດີງາມໃນທຸກຂົງເຂດ
(ແຫຼ່ງຄັດຈາກ VOV)

top