ບົດຂຽນໄດ້ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບເພື່ອແນໃສ່ຮັບປະກັນ ກົດບັດຮັກສາສັນຕິພາບ ຂອງ ສປຊ, ເຄົາລົບກົດໝາຍສາກົນ ແລະ ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.
	
	ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປຶກສາຫາລືສະມັດຊາໃຫຍ່ ສປຊ ຊຸດທີ 76 (ພາບ: TTXVN) 
	      ວັນທີ 27 ກັນຍາ, ເວັບໄຊ Geopolitical Monitor, ທີ່ມີສຳນັກງານຕັ້ງ ຢູ່ ການາດາ ໄດ້ລົງບົດຂຽນທີ່ໄຈ້ແຍກບົດກ່າວປາໄສຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຢູ່ທີ່ການປຶກສາຫາລືຮ່ວມຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 76. ຕາມ ເວັບໄຊ Geopolitical Monitor ຢັ້ງຢືນວ່າ: ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19, ແຕ່ພາບພົດຂອງ ຫວຽດນາມ ຍັງໄດ້ຍົກສູງໃນອາຍຸການປະຕິບັດຕຳແໜ່ງກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ດ້ວຍ ການດຳລົງຕຳແໜ່ງເປັນປະທານ ໝູນວຽນສະພາຄວາມໝັ້ນຄົງ ສປຊ 2 ຄັ້ງໃນຢູ່ອາຍຸການນີ້. ຫວຽດນາມ  ກໍ່ຕີລາຄາສູງກ່ຽວກັບກຳລັງຄວາມສາມາດ ແລະ ຄວາມໝັ້ນໃຈໃນການປະສານງານ, ແລກປ່ຽນ, ໂອ້ລົມສົນທະນາກ່ຽວກັບບັນດາບັນຫາສຳຄັນ, ກໍ່ຄືຄວາມມານະພະຍາຍາມໃນການຮັກສາ ແລະ ສ້າງສັນຕິພາບ.
      ບົດຂຽນໄດ້ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບເພື່ອແນໃສ່ຮັບປະກັນ ກົດບັດຮັກສາສັນຕິພາບ ຂອງ ສປຊ, ເຄົາລົບກົດໝາຍສາກົນ ແລະ ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.
	(ແຫຼ່ງຄັດຈາກ VOV)