ຂ່າວສານ

ສື່ມວນຊົນ ອິນເດຍ ມີຄວາມຫວັງຕໍ່ ຫວຽດນາມ ຈະປະກອບສ່ວນເຮັດໃຫ້ສະພາຄວາມໝັ້ນຄົງປ່ຽນແປງກຳລັງໜູນ

      ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ໄດ້ສະແດງໃຫ້ເຫັນການຢັ້ງຢືນບັນດາຫຼັກການເສລີ ແລະ ການຮ່ວມມືພວມກຳນົດທິດນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.

ຫວຽດນາມ ຈະປະກອບສ່ວນເຮັດໃຫ້ສະພາຄວາມໝັ້ນຄົງປ່ຽນແປງກຳລັງໜູນ (ພາບ: TTXVN)
      ວັນທີ 08 ມິຖຸນາ, ເວັບໄຊ IANS ຂອງ ອິນເດຍ ໄດ້ເນັ້ນໜັກວ່າ ດ້ວຍຖານະຕຳແໜ່ງທີ່ຫາກໍ່ໄດ້ຮັບເລືອກຕັ້ງ ຫວຽດນາມ ອາດຈະປະກອບສ່ວນເຮັດໃຫ້ປ່ຽນແປງກຳລັງໜູນຂອງອົງການມີສິດອຳນາດສູງສຸດສະຫະປະຊາຊາດນີ້, ຊຶ່ງເຄີຍຖືກຢຸດສະງັກຍ້ອນຫລາຍບັນຫາສຳຄັນຄື: ຊີຣີ, ເຢແມນ ແລະ ເວເນຊູເອລາ. IANS ໄດ້ຄັດສະເໜີຄຳເວົ້າຂອງທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດີ່ງກູ໊ຍ ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງການປ່ອນບັດ, ຢັ້ງຢືນເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ໄດ້ສະແດງໃຫ້ເຫັນການຢັ້ງຢືນບັນດາຫຼັກການເສລີ ແລະ ການຮ່ວມມືພວມກຳນົດທິດນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ຫວຽດນາມ ຈະມານະພະຍາຍາມ ບໍ່ພຽງແຕ່ເພື່ອຮັບມືຕໍ່ບັນດາສິ່ງທ້າທາຍແບບເກົ່າເທົ່ານັ້ນ ຫາກຍັງນັບທັງບັນດາສິ່ງທ້າທາຍແບບໃໝ່ສຳລັບຄວາມໝັ້ນຄົງສາກົນອີກດ້ວຍ.
 (ແຫຼ່ງຄັດຈາກ VOV)


top