ຂ່າວສານ

ສື່ມວນຊົນ ອານເຊຣີ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດ Messahel ຢູ່ຫວຽດນາມ

ໜັງສືພິມລາຍວັນທາງການຂອງ ອານເຊຣີ Elmoudjahid ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ Abdelkader Messahel ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 13 – 14 ກໍລະກົດ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ,
ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ Abdelkader Messahel

(ພາບ: Vân Diệp/TTXVN)

ຕາມໜັງສືພິມລາຍວັນ Elmoudjahid ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ Abdelkader Messahel ໄດ້ຮັບການຕ້ອນຮັບ, ພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ຢູ່ຮ່າໂນ້ຍ. ທີ່ບັນດາການພົບປະ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາມາດຕະການຊຸກຍູ້ການພົວພັນ ກໍຄືບັນດາບັນຫາອື່ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໜັງສືພິມລາຍວັນ Elmoudjahid ກໍໃຫ້ຮູ້ວ່າ ບັນດາການພົບປະ ແລະ ເຮັດວຽກລະຫວ່າງທ່ານ Messahel ກັບທ່ານ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ “ຕີລາຄາຄືນການພົວພັນຮ່ວມມືສອງຝ່າຍໃນບັນດາຂົງເຂດອື່ນ ກໍຄືຄວາມເປັນໄປໄດ້ໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ”.

        ໜັງສືພິມລາຍວັນ Elmoudjahid ກໍໄດ້ຄັດສະເໜີບົດຕອບສໍາພາດຂອງ ທ່ານລັດຖະມົນຕີການຕ່າງປະເທດ Abdelkader Messahel ຕໍ່ສໍານັກຂ່າວສານ ຫວຽດນາມ ປະຈໍາ ອານເຊຣີ. ຕາມນັ້ນແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ Messahel ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານຄັ້ງນີ້ ແມ່ນ “ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ ແລະການປຶກສາເປັນປະຈໍາທີ່ເປັນມູນເຊື້ອລະຫວ່າງສອງປະເທດ”. ນີ້ຈະແມ່ນກາລະໂອກາດ ເພື່ອພິຈາລະນາສະພາບການຮ່ວມມືສອງຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ກໍຄືບັນດາການພົບປະກັບບັນດາຄູ່ຮ່ວມມືຫວຽດນາມ ເພື່ອເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືໃຫ້ດີກວ່າອີກ.

 (ແຫຼ່ງຄັດຈາກ VOV)

top