ຂ່າວສານ

ສື່ມວນຊົນ ອັກຊັງຕິນ ໄດ້ຍົກອອກຄວາມໝາຍຂອງການຢ້ຽມຢາມ 3 ປະເທດ ອາເມລິກາ ລາຕິນ ຂອງປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

ຫຼາຍອົງການສື່ມວນຊົນ ອັກຊັງຕິນ ກໍມີຫຼາຍບົດຂຽນຂ່ຳນັບຮັບຕ້ອນ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຍັງບັນດາປະເທດ ອາເມລິກາ ລາຕິນ ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ສະໜາມບິນ Antonio Maceo Grajales, ໃນຕອນເຊົ້າວັນທີ 22 ເມສາ 2023 (ພາບ: Doãn Tấn/TTXVN)

ຊຸມວັນຜ່ານມາ, ໜັງສືພິມທີ່ມີຊື່ສຽງຢູ່ ອັກຊັງຕິນ ໄດ້ມີຫຼາຍບົດຂຽນ ຍົກອອກຄວາມໝາຍຂອງການຢ້ຽມຢາມ ສ. ກູຍບາ, ສ. ອັກຊັງຕິນ ແລະ ສ. ອຸຣູກວາຍ ຕາເວັນອອກຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ , ດຳເນີນແຕ່ວັນທີ 18  28 ເມສາ.

ໜັງສືພິມ Resumen Latinoamericano, ເຊິ່ງເປັນໜັງສືພິມລາຍວັນໄດ້ຈຳໜ່າຍຢູ່ທັງ ອັກຊັງຕິນ, ອຸຣູກວາຍ, ເວເນຊົວເອລາ, ກຸຍບາ ແລະ ເອີລົບ, ໄດ້ລົງພິມບົດຂຽນຂອງ ທ່ານ ປອ Ruvislei González Sáez, ໃນນັ້ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະແດງໃຫ້ເຫັນຄວາມປາດຖະໜາຂອງ ຫວຽດນາມ ໃນການເພີ່ມທະວີການພົວພັນຫຼາຍດ້ານກັບ 3 ປະເທດ ອາເມລິກາ ລາຕິນ, ບໍ່່ພຽງແຕ່ໃນຊ່ອງພົວພັນຕ່າງປະເທດລັດຖະສະພາເທົ່ານັ້ນ ຫາກຍັງໃນສັງລວມນະໂຍບາຍການພົວພັນຕ່າງປະເທດລວມຂອງ ຫວຽດນາມ ອີກດ້ວຍ, ນັ້ນແມ່ນການບຸລິມະສິດ ເຮັດໃຫ້ການພົວພັນມິດຕະພາບກັບບັນດາຄູ່ຮ່ວມມືມູນເຊື້ອໃນພາກພື້ນຢ່າງເລິກເຊິ່ງອີກກ່ວາອີກ.

ເນືື່ອງໃນໂອກາດນີ້, ຫຼາຍອົງການສື່ມວນຊົນ ອັກຊັງຕິນ ກໍມີຫຼາຍບົດຂຽນຂ່ຳນັບຮັບຕ້ອນ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຍັງບັນດາປະເທດ ອາເມລິກາ ລາຕິນ ແລະ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຈະບັນລຸຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.

ຕາມສື່ເອເລັກໂຕນິກ abcmundial.com ແລ້ວ, ລັດຖະບານ ອັກຊັງຕິນ ຍາມໃດຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ຫວຽດນາມ ໃນສັງລວມນະໂຍບາຍການພົວພັນຕ່າງປະເທດກັບພາກພື້ນ ອາຊີ - ປາຊີຟິກ.

ໃນຂະນະນັ້ນ, ສື່ເອເລັກໂຕນິກ acercandonaciones.com ຢັ້ງຢືນ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ ອັກຊັງຕິນ ແມ່ນໂອກາດທີ່ດີ ເພື່ອເລີ່ມໄລຍະໃໝ່ ໃນການພົວພັນສອງຝ່າຍ ລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດການລົງທຶນ ແລະ ການຄ້າ.


top