ຂ່າວສານ

ສື່ມວນຊົນ ສ.ເກົາຫຼີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ

ສື່ມວນຊົນ ສ.ເກົາຫຼີ ສະບັບອອກວັນທີ 04 ທັນວາ ໄດ້ໃຫ້ຫລາຍຂ່າວກ່ຽວກັບການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ໜັງສືພິມລາຍວັນ Busan ແລະ ສາກົນ Busan ໄດ້ຄັດສະເໜີບົດຂຽນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໃນນັ້ນໃຫ້ຮູ້ວ່າ: ການພົວພັນລະຫວ່າງ 2 ປະເທດ ຫວຽດນາມ ແລະ ສ.ເກົາຫຼີ ໄດ້ເລີ່ມຕົ້ນກ່ອນນີ້ເກືອບ 900 ປີ. ປັດຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມພັດທະນານັບມື້ນັບຮອບດ້ານ ບົນພື້ນຖານບັນດາສາຍ ສຳພັນປະຫວັດສາດ, ຄວາມຄ້າຍຄືກັນກ່ຽວກັບວັດທະນະທຳ, ການໜູນຊ່ວຍເຊິ່ງກັນ ແລະ ກັນກ່ຽວກັບເສດຖະກິດ, ການເພີ່ມພູນຄູນສ້າງຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ.

        ສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ ກໍ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມມາເປັນເວລາ 4 ວັນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee-sang.

        ສື່ມວນຊົນ ສ.ເກົາຫຼີ ເຊື່ອໝັ້ນວ່າ ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຈະຊຸກຍູ້ບັນດາການພົວພັນທີ່ພວມພັດທະນາຢ່າງແຮງລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່ກ່ວາອີກ.

(ແຫຼ່ງຄັດຈາກ VOV)



top