ຂ່າວສານ

ສື່ມວນຊົນ ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ຕ້ອງປະຕິບັດຕາມຂໍ້ຕົກລົງສຸດຍອດໃຫ້ຖືກຕ້ອງ

      ວັນທີ 24 ມິຖຸນາ, ສື່ມວນຊົນ ສປປ.ເກົາຫຼີ ໄດ້ຮຽກຮ້ອງ ອາເມລິກາ ຕ້ອງປະຕິບັດຕາມຂໍ້ຕົກລົງທີ່ບັນດລຸໄດ້ໃນການພົບປະສຸດຍອດລະຫວ່າງການນຳປະເທດນີ້ Kim Jong-un ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ ສິງກະໂປ ເມື່ອວັນທີ 12 ມິຖຸນາ ໃຫ້ຖືກຕ້ອງ.
      ເວັບໄຊ Uriminzokkiri - ເວັບໄຊໂຄສະນາຂອງ ສປປ.ເກົາຫຼີ, ເນັ້ນໜັກເຖິງຫຼັກໝັ້ນແບບຍືນຍົງ, ຢຶດໝັ້ນຂອງ ພຽງຢາງ ແມ່ນເປີດອະນາຄົດໃໝ່ໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ. ໂດຍຜ່ານການປະຕິບັດຢ່າງຊັດເຈນຖະແຫຼງການຮ່ວມ ເຊິ່ງ ສປປ.ເກົາຫຼີ ແລະ ອາເມລິກາ ໄດ້ປະກາດ, ພຽງຢາງ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໃນການປະຕິບັດຄວາມຮັບຜິດຊອບຂອງຕົນ ແນໃສ່ແກ້ໄຂບັນດາຄວາມເຄັ່ງຕຶງ ແລະ ການພົວພັນເປັນປໍລະປັກທີ່ແກ່ຍາວໃນຫລາຍທົດສະວັດຜ່ານມາ, ພ້ອງທັງ ເປີດຍຸກສະໄໝໃໝ່ໃນການພົວພັນຮ່ວມມືລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ.
        ເວັບໄຊໂຄສະນາອື່ນຂອງ ສປປ.ເກົາຫຼີ ແມ່ນ DPRK Today ກໍ່ມີບົດຂຽນຄ້າຍຄືກັນ, ໂດຍຢືນຢັນວ່າ: “ເສັ້ນທາງມຸ່ງໄປເຖິງການປະຕິບັດຖະແຫຼງການຮ່ວມ ສປປ.ເກົາຫຼີ - ອາເມລິກາ ຢ່າງສຸດຂີດ ແມ່ນເສັ້ນທາງຮັບປະກັນບັນດາຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ຄວາມສະຫງົບ, ວັດທະນາຖາວອນໃນແຫຼມ ເກົາຫຼີ ແລະ ໃນໂລກ”.
 (ແຫຼ່ງຄັດຈາກ VOV)


top