ຂ່າວສານ

ສື່ມວນຊົນ ມາເລເຊຍ ຕີລາຄາສູງການເຄື່ອນໄຫວຈັດຕັ້ງ SEA Games 31 ຂອງ ຫວຽດນາມ

ສື່ມວນຊົນໄດ້ລົງພິມຫຼາຍບົດຂຽນໃຫ້ຂໍ້ສັງເກດກ່ຽວກັບປະເທດເຈົ້າພາບ ຫວຽດນາມ ໄດ້ຈັດງານມະຫາກຳລິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ແລະ ພິທີອັດທີ່ໜ້າປະທັບໃຈ ບັນລຸຜົນສຳເລັດ.
  ພິທີອັດ SEA Games 31 (ພາບ: TTXVN)  

 ສຳນັກຂ່າວສານແຫ່ງຊາດ ມາເລເຊຍ (Bernama) ໄດ້ຕີລາຄາວ່າ ຫວຽດນາມ ໄດ້ຈັດ SEA Games 31 ຢ່າງປະສົບຜົນສຳເລັດ, ເຖິງວ່ານີ້ພຽງແຕ່ແມ່ນຄັ້ງທີ 2 ເປັນເຈົ້າພາບຈັດຕັ້ງເຫດການກິລາແຖວໜ້າພາກພື້ນ. ຜູ້ຂຽນກໍ່ມີຄວາມປະທັບໃຈຕໍ່ຜົນງານລະດັບສະຖິຕິຂອງບັນດານັກກິລາ ຫວຽດນາມ ເມື່ອຄວ້າໄດ້ 205 ຫຼຽນຄຳ.

ໃນຂະນະນັ້ນ, ບົດຂຽນໃນໜັງສືພິມ “New Straits Times” ກໍ່ໃຫ້ຂໍ້ສັງເກດຢ່າງພາວະວິໄສ ເມື່ອຖືວ່າ ປະເທດເຈົ້າພາບ ຫວຽດນາມ ໄດ້ຈັດການແຂ່ງຂັນດ້ວຍດີ ແລະ ບໍ່ພົບກັບບັນຫາກຳມະການທີ່ກໍ່ຄວາມໂຕະຖຽນກັນ, ເຊິ່ງແມ່ນສິ່ງທີ່ເຄີຍເກີດຂຶ້ນໃນ SEA Games ກ່ອນນີ້.


top