ຂ່າວສານ

ສື່ມວນຊົນ ປາຣາກວາຍ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການຮ່ວມມືກັບ ຫວຽດນາມ

ໜັງສືພິມນີ້ຖືວ່າ, ຫວຽດນາມ ແມ່ນຕະຫຼາດການຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງ ປາຣາກວາຍ, ພິເສດແມ່ນບັນດາຜະລິດຕະພັນກະສິກຳ.
(ແຫຼ່ງຄັດຈາກ VOV)

ວັນທີ 26 ພຶດສະພາ, ໜັງສືພິມ ABC Color, ປາຣາກວາຍ, ໄດ້ລົງພິມບົດຂຽນຕີລາຄາໝາກຜົນການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີອຸດສາຫະກຳການຄ້າ ປາຣາກວາຍ Javier Gimenez, ໃນອາທິດຜ່ານມາ. ໜັງສືພິມນີ້ຖືວ່າ, ຫວຽດນາມ ແມ່ນຕະຫຼາດການຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງ ປາຣາກວາຍ, ພິເສດແມ່ນບັນດາຜະລິດຕະພັນກະສິກຳ. ກ່ຽວກັບໝາກຜົນການເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແມ່ນໃນວັນທີ 24 ພຶດສະພາ, ທ່ານລັດຖະມົນຕີ Gimenez ຢືນຢັນວ່າ, ການຢ້ຽມຢາມເພື່ອປະກອບສ່ວນຊຸກຍູ້ ແລະ ໜູນຊ່ວຍຄະນະວິສາຫະກິດຂອງ ຫວຽດນາມ ທີ່ຈະເດີນທາງໄປ ປາຣາກວາຍ ເພື່ອຊອກຫາໂອກາດຮ່ວມມື ແລະ ແລກປ່ຽນການຄ້າ. ທ່ານລັດຖະມົນຕີ Gimenez ກໍ່ເນັ້ນໜັກເຖິງເລື່ອງ ຊຸກຍູ້ການເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງກຸ່ມຕະຫຼາດລວມອາຟະລິກາໃຕ້ (Mercosur) ກັບ ຫວຽດນາມ.

        ປະຈຸບັນ, ປາຣາກວາຍ ແມ່ນໜຶ່ງໃນຈຳນວນ 10 ຄູ່ຄ້າໃຫຍ່ຂອງ ຫວຽດນາມ ຢູ່ ອາເມລິກາລາຕິນ. ວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2023 ບັນລຸກວ່າ 280 ລ້ານ USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2022.


top