ຂ່າວສານ

ສື່ມວນຊົນ ຕ້ອງແມ່ນປະຕິວັດ, ເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝ ແລະ ມີປະສິດທິຜົນ

      ສື່ມວນຊົນ ຕ້ອງແມ່ນປະຕິວັດ, ມີຄວາມເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝ ແລະ ປະສິດທິຜົນ; ທັງສືບຕໍ່ປະຕິບັດໜ້າທີ່ການເມືອງ ທັງປະກອບສ່ວນຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈ ໃຫ້ແກ່ປະຊາຊົນ.
ກອງປະຊຸມແລກປ່ຽນວຽກງານສື່ມວນຊົນ, ການພິມຈຳໜ່າຍ (ພາບ: VOV)
         ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ເຊິ່ງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ຫງວຽນຈ້ອງເຫງຍ ໄດ້ເນັ້ນໜັກທີ່ກອງປະຊຸມແລກປ່ຽນວຽກງານສື່ມວນຊົນ, ການພິມຈຳໜ່າຍ ທີ່ຖືກດຳເນີນໃນວັນທີ 16 ມິຖຸນາ ຢູ່ຮ່າໂນ້ຍ.
        ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກໍຮຽກຮ້ອງໃຫ້ບັນດາອົງການສື່ມວນຊົນ ສືບຕໍ່ທັງປະຕິບັດໜ້າທີ່ການເມືອງ ປະກອບສ່ວນຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈໃຫ້ແກ່ປະຊາຊົນ; ປ່ຽນແປງຮູບແບບວຽກງານໂຄສະນາຢ່າງເລິກເຊິ່ງກວ້າງຂວາງກວ່າ ສຳລັບບັນດາເຫດການສຳຄັນຂອງປະເທດຊາດ. ຍູ້ແຮງການບຳລຸງສ້າງຖັນແຖວພະນັກງານໃຫ້ມີຄຸນນະທາດ, ສະຫຼາດສ່ອງໃສ, ມີວິຊາຊີບ, ໃກ້ຊິດຕິດແທດກັບຮາກຖານ ແລະ ປະຊາຊົນ.
 (ແຫຼ່ງຄັດຈາກ VOV)


top