ຂ່າວສານ

ສື່ມວນຊົນ ຍີ່ປຸ່ນ ໃຫ້ຫລາຍຂ່າວກ່ຽວກັບເຫດການສາກົນໃຫຍ່ຢູ່ ຫວຽດນາມ

      ເຫດການສັບປະດາຂັ້ນສູງ APEC 2017 ເລີ່ມຕົ້ນຢ່າງເປັນທາງການຢູ່ນະຄອນ ດ່າໜັງ, ຫວຽດນາມ ນັບແຕ່ຕົ້ນອາທິດນີ້

ສື່ມວນຊົນ ຍີ່ປຸ່ນ ໃຫ້ຫລາຍຂ່າວກ່ຽວກັບເຫດການສາກົນໃຫຍ່ຢູ່ ຫວຽດນາມ 
      ໄດ້ກາຍເປັນຫົວເລື່ອງສາກົນສຳຄັນຂອງສື່ມວນຊົນ ຍີ່ປຸ່ນ ໃນອາທິດຜ່ານມາ. ບັນດາສືີ່ສານໃຫຍ່ເກືອບທັງໝົດຂອງ ຍີ່ປຸ່ນ ຄື: ໂທລະພາບ NHK, ບັນດາໜັງສີືພິມ ແລະ ສື່ເອເລັກໂຕນິກຄື: Asahi, Sankei, Nikkei, Japan, Times, Japan New, Japan Today…ລ້ວນແຕ່ມີບົດຂ່າວອັບເດດ ກ່ຽວກັບເຫດການສາກົນນີ້. ດ້ວຍຫົວຂໍ້ວ່າ: “ກອງປະຊຸມລັດຖະມົນຕີ APEC: ສຸມໃສ່ເຂົ້າມາດຕະການການຄ້າເສລີລະຫວ່າງບັນດາປະເທດ”, ວັນທີ 08 ພະຈິກ ເວັບໄຊຂອງໂທລະພາບ NHK ໃຫ້ຮູ້ວ່າ: ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ເຂົ້າຮ່ວມກອງປະຊຸມລັດຖະມົນຕີ APEC ດ້ວຍທິດນຳທີ່ວ່າ ເນັ້ນໜັກເຂົ້າໃນລັກສະນະຈຳເປັນຂອງການປະຕິບັດລະບອບລະບຽບການຄ້າເສລີລະຫວ່າງບັນດາພື້ນຖານເສດຖະກິດ.
 (ແຫຼ່ງຄັດຈາກ VOV)

top