ຂ່າວສານ

ສື່ມວນຊົນ ຍີ່ປຸ່ນ ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Suga Yoshihide

ທ່ານນາຍົກລັດຖະມົນຕີ Suga ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນການຮ່ວມມືເສດຖະກິດລະຫວ່າງ 2 ປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບທ່ານນາຍົກລັດຖະມົນຕີ  Suga Yoshihide ແລະ ພັນລະຍາ. ພາບ: TTXVN

ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. ດ້ວຍຫົວຂໍ້ “ບັນດາການນຳ ຍີ່ປຸ່ນ ແລະ ຫວຽດນາມ ຢັ້ງຢືນການຮ່ວມມືເສດຖະກິດ”, ສຳນັກຂ່າວສານ Kyodo ວັນທີ 19 ຕຸລາ ໃຫ້ຮູ້ວ່າ: ທີ່ການພົບປະເຈລະຈາຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ Suga ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນການຮ່ວມມືເສດຖະກິດລະຫວ່າງ 2 ປະເທດ.

        ໃນຂະນະນັ້ນ, ດ້ວຍຫົວຂໍ້ວ່າ “ຍີ່ປຸ່ນ ແລະ ຫວຽດນາມ ຢັ້ງຢືນການຮ່ວມມືດ້ານຄວາມໝັ້ນຄົງ”, ໂທລະພາບ NHK ໄດ້ໃຫ້ຂ່າວທ່ານນາຍົກລັດຖະມົນຕີ Suga ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອຫັນພາກພື້ນມະຫາສະໝູດອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງໃຫ້ປະກົດຜົນເປັນຈິງ, ພ້ອມທັງເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ.

        ດ້ວຍຫົວຂໍ້ວ່າ “ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຫັນບັນດາລະບົບສະໜອງໃນທົ່ວ ອາຊຽນ ເປັນຫລາຍຮູບຫລາຍແບບ”, ໜັງສືພິມ Nikkei Asia ສະບັບອອກວັນທີ 20 ຕຸລາ ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ Suga ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍບັນດາບໍລິສັດ ຍີ່ປຸ່ນ ສ້າງລະບົບສະໜອງໃນທົ່ວອາຊີຕາເວັນອອກສ່ຽງໃຕ້ເປັນຫລາຍຮູບຫລາຍແບບ. ທ່ານນາຍົກລັດຖະມົນຕີ Suga ໄດ້ເລືອກເອົາ ຫວຽດນາມ ແລະ ອິນໂດເນເຊຍ ເປັນປະເທດມາຢ້ຽມຢາມຄັ້ງທຳອິດ ແນໃສ່ສະແດງໃຫ້ເຫັນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຕົນ.

(ແຫຼ່ງຄັດຈາກ VOV)


top